ກອງ​ປະຊຸມ​ແນະນຳ​ຫົວ​ຂໍ້​ສະ​ເພາະ​ເລື່ອງ​ແນວ​ຄິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​​ຈັດ​ຂຶ້ນ​ຢູ່​ຟິລິບ​ປິນ
2018-02-28 14:38:47  cri 

ວັນ​ທີ 27 ກຸມພາ​ນີ້, ທ່ານ​ກົ່ວ​ເຢ້​ໂຈ່​ວ ຮອງຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແນະນຳ​ຫົວ​ຂໍ້​ສະ​ເພາະ​ເລື່ອງ​ແນວ​ຄິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງຢູ່​ນະຄອນຫຼວງມາ​ນິລາ​ປະ​ເທດ​ຟິລິບ​ປິນ. ທ່ານ​ອ​ະກິ​ລິ​ໂນ ​ປີ​ເມນ​​ເຕວ 3 ປະທານ​ສະພາ​ສູງ​ຟິລິບ​ປິນ, ທ່ານ​ປັນ​ຕາ​ເລນ ອານ​ວາ​ເຣັສ ປະທານ​ສະພາ​ຕ່ຳຟິລິບ​ປິນ ​ແລະ​​ເຈົ້າ​ໜ້າ​ທີ່, ພະນັກງານ​ອື່ນໆ​ຂອງ​ພັກ​ພະລັງ​ປະຊາຊົນ​ປະຊາທິ​ປະ​ໄຕ​ຟິລິບ​ປິນ ກໍ​ຄື​ສື່​ມວນ​ຊົນ​ເກືອ​ບ 400 ຄົນ​ເຂົ້າ​ຮ່ວມ.

​ໃນ​ກອງ​ປະຊຸມ​ດັ່ງກ່າວ, ຄະນະ​ຜູ້​ແທນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ອະທິບາຍ​ເງື່ອນ​ໄຂ​ທາງ​ຍຸກ​ສະ​ໄໝ ​ແລະ​ຄວາມ​ໝາຍ​ຂອງ​ແນວ​ຄິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານສີຈິ້ນຜິງ ​ແລະມອບປຶ້ມ "ຄຳ​ເຫັນ​ຂອງທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບການ​ບໍລິຫານ​ລັດ ​ແລະ​ການ​ປົກຄອງ​ປະ​ເທດ"  ​ສະບັບ​ພາສາ​ອັງກິດ 600 ຫົວ​ໃຫ້​ພັກ​ພະລັງ​ປະຊຊົນ​ປະຊາທິປະ​ໄຕ​ຟິລິບ​ປິນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ