ກ່າວ​ໄທຈະ​ຈັດການ​ເລືອກ​ຕັ້ງ​​ທົ່ວ​ໄປ​ກ່ອນ​​ເດືອນ​ກຸມພາ​ປີ 2019
2018-02-28 17:00:48  cri 
ວັນ​ທີ 27 ກຸມພານີ້, ທ່ານ​ປຣະຢຸດ ຈັນ​ໂອ​ຊາ ນາຍົກ​ລັດຖະມົນຕີ​ໄທ​ກ່າວ​ວ່າ: ​ຈະ​ຈັດການ​​ເລືອກ​ຕັ້ງທົ່ວ​ໄປ​ກ່ອນ​ເດືອນກຸ​ມພາ​ປີ 2019. ຂະນະ​ດຽວ​ກັນ​ທ່ານ​ກ່າວ​ຢ້ຳຕື່ມ​ວ່າ: ການ​ເລືອກ​ຕັ້ງທົ່ວ​ໄປ​ຈະສາມາດຈັດຂຶ້ນ​ໄດ້ຫຼື​ບໍ່ນັ້ນ​ຕ້ອງ​ອີງຕາມ​ສະພາບ​ການ​ພາຍ​ໃນປະ​ເທດ.

ທ່ານ​ປຣະຢຸດ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ດັ່ງກ່າວ​ວ່າ: ​ເວລາ​ຈັດການ​ເລືອກ​ຕັ້ງ​ຄວນຢູ່​ໃນ​ໄລຍະ 150 ມື້​ພາຍຫຼັງກົດໝາຍທີ່​ອີງ​ຕາມ​ລັດຖະທຳ​ມະ​ນູນທີ່​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ. ​ໃນ​ເດືອນ​ມິຖຸນາ​ປີນີ້, ພາຍຫຼັງ "ກົດ​ໝາຍ​ການ​ເລືອກ​ຕັ້ງ​ສະມາ​ຊິກ​ວຸດ​ທິສະພາ​" ​ແລະ "ກົດໝາຍ​ການ​ເລືອກ​ຕັ້ງສະມາ​ຊິກ​ສະພາ​ຜູ້​ແທນ​​" ​ໄດ້​ລາດ​ຊະ​ດອນ​ໂດຍ​ຜ່ານ​ການຮັບຮອງຈາກ​​ເຈົ້າ​ຊີວິດ​ໄທ, ​ແລະຈະ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ຂອງ​ເຈົ້າ​ໜ້າ​ທີ່​ພັກ​ການ​ເມືອງ ​ເພື່ອ​ກຳນົດ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ