ພິມ​ຈຳ​ໜ່າຍ "ຄັດ​ເລືອກ​ບາງ​ຕອນ​ຂອງ​ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19"
2018-02-28 16:29:14  cri 
    ປຶ້ມ "ຄັດ​ເລືອກ​ບາງ​ຕອນ​ຂອງ​ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19" (ສະ​ບັບ​ພາ​ສາ​ຈີນ​ແລະ​ອັງ​ກິດ) ໄດ້​ພິມ​ຈຳ​ໜ່າຍ​ໂດຍ​ສຳ​ນັກ​ພິມ​ພາ​ສາ​ຕ່າງ​ປະ​ເທດ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃນ​ຫວ່າງມໍ່ໆ​ນີ້.

    ໃນ​ວັນ​ທີ 18 ຕຸ​ລາ 2017 ຜ່ານ​ມາ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ຊຸດ​ທີ 18 ຜ່ານ​ບົດ​ລາຍ​ງານ "ສູ້​ຊົນ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃນ​ໄລ​ຍະ​ສຸດ​ທ້າຍ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່" ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ ໂດຍ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງກວ້າງ​ຂວາງຈາກ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ. ເພື່ອ​ຊ່ວຍ​ຜູ້​ອ່ານ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສຶກ​ສາ​ຄົ້ນ​ຄວ້າ​ເນື້ອ​ໃນ​ສຳ​ຄັນ​ແລະ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ເອ​ກະ​ສານ​ດັ່ງ​ກ່າວ, ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ ໄດ້​ຮ່ວມ​ກັບ​ສຳ​ນັກ​ຂ່າວ​ສານ​ຊິ່ນ​ຮ​ວາ​ແລະ​ອົງ​ການ​ພິມ​ຈຳ​ໜ່າຍ​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ຈີນ​ຮຽບ​ຮຽງ​ປຶ້ມ​ດັ່ງ​ກ່າວ. ເນື້ອ​ໃນ​ສຳ​ຄັນ​ຂອງ​ປຶ້ມ​ດັ່ງ​ກ່າວ​ຄັດ​ເລືອກ​ຈາກ​ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ແລະ​ແບ່ງ​ເປັນ 16 ພາກ ໂດຍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນຢ່າງ​ເຕັມ​ສ່ວນເຖິງຜົນ​ງານ​ຄັ້ງ​ປະ​ຫວັດ​ສາດ ແລະ ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ​ທີ່​ເກີດ​ຂຶ້ນ​ໃນ​ການ​ປະ​ຕິ​ຮູບ, ໄຂ​ປະ​ຕູ​ສູ່​ໂລກ​ພາຍນອກ ແລະ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ຂອງ​ຈີນ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີ​ນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ແນວ​ຄິດ​ສຳ​ຄັນ, ທັດ​ສະ​ນະ​ສຳ​ຄັນ, ຂໍ້​ວິ​ນິດ​ໄສ​ສຳ​ຄັນ ແລະ​ມາດ​ຕະ​ການ​ສຳ​ຄັນ​ທີ່​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19. ປຶ້ມ​ດັ່ງ​ກ່າວ​ມີ​ເນື້ອ​ໃນ​ກະ​ທັດ​ຮັດ, ມີ​ອົງ​ປະ​ກອບ​ຊັດ​ເຈນ ແລະ​ມີ​ຄວາມ​ໜ້າ​ອ່ານຫຼາຍ, ມີ​ຜົນ​ດີ​ຕໍ່​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນຢ່າງ​ໃຫຍ່ຫຼວງ​ໃນ​ການ​​ຄົ້ນ​ຄວ້າຮ່ຳ​ຮຽນ​ແລະ​ເຂົ້າ​ໃຈ​​ຕໍ່ນ້ຳ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຢ່າງ​ເລິກ​ເຊິ່ງ, ມີ​ຜົນ​ດີ​ຕໍ່​ປະ​ຊາ​ຄົມ​ໂລກ​ໃນ​ການ​ເຂົ້າ​ໃຈ​ທັດ​ສະ​ນະ​ຄະ​ຕິ​ແຫ່ງ​ການ​ປົກ​ຄອງ​ປະ​ເທດ, ຍຸດ​ທະ​ສາດ​ແຫ່ງ​ການ​ບໍ​ລິ​ຫານ​ການ​ເມືອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ​ຊອກ​ຮູ້​ເສັ້ນ​ທາງ​ພັດ​ທະ​ນາ​ພ້ອມ​ດ້ວຍ​ນະ​ໂຍ​ບາຍ​ຕໍ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ອະ​ນາ​ຄົດ​ຕື່ມ​ອີກ.

    ຂ່າວ​ແຈ້ງ​ຕື່ມວ່າ, ປຶ້ມ​ດັ່ງ​ກ່າວ​ສະ​ບັບ​ພາ​ສາ​ຝ​ຣັ່ງ, ຣັດ​ເຊຍ, ອາ​ຣັບ, ແອ​ສ​ປາຍ, ປອກ​ຕຸຍ​ການ, ເຢຍ​ລະ​ມັນ, ຍີ່​ປຸ່ນ ແລະ​ອື່ນໆ ກໍ​ຈະ​ພິມ​ຈຳ​ໜ່າຍ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃນ​ໄວໆ​ນີ້​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ