ການ​ຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວ​ພັນ​ຈີນ-ໄທ​ພົບ​ໂອ​ກາດ​ສຳ​ຄັນ
2018-03-01 11:01:29  cri 
ວັນ​ທີ 27 ກຸມ​ພາ​ແລ້ວ​ນີ້, ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ໄທ-ຈີນ​ໄດ້​ຈັດ​​ກອງ​ປະ​ຊຸ​ມເວ​ທີ​ປຶກ​ສາ​ຫາ​ລື​ວິ​ໄສ​ທັດ​ສາຍ​ພົວ​ພັນ​ຈີນ-ໄທ. ຜູ້​​ເຂົ້າຮ່ວມ​ປະ​ຊຸມ​ມີ​ຄວາມ​ເຫັນເປັນ​ເອ​ກະ​ພາບ​ກັນ ວ່າ ປັດ​ຈຸ​ບັນ, ​ສອງ​ປະ​ເທດ​ຈີນ-ໄທ​ຕ່າງ​ກໍ​ໄດ້​ເຂົ້າ​ສູ່​ໄລ​ຍະ​ສຳ​ຄັນ​ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຕົນ ແລະ​ການ​ຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອ​ງປະ​ເທດ​ກໍ​ໄດ້​ພົບ​ໂອ​ກາດ​ສຳ​ຄັນ.

ທ່ານ​ຫຼີຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ວ່າ: ປັດ​ຈຸ​ບັນ, ໄທ​ກຳ​ລັງ​ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ໃນ 20 ​ປີຕໍ່​ໜ້າ​ໂດຍ​ຊຸກ​ຍູ້​ການ​ກໍ່​ສ້າງ​ອຸດ​ສາ​ຫະ​ກຳ​ຍຸກ4.0ຢ່າງ​ຮອບ​ດ້ານ ທັງ​ໄດ້​ສ້າງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ, ສ່ວນ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝຫຼື​ໄຮ​ເທັກຂອງ​ຈີນ​ເປັນ​ຕົ້ນ ຫົວ​ເຫວີຍ,ຈິ່ງ​ຕຸ່ງ ແລະ​ອາ​ລີ​ບາ​ບາ​ກໍ​ໄດ້​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ໄທ​ຕາມ​ລຳ​ດັບ​ເພື່ອ​ຮ່ວມ​ກັບ​ໄທ​ແປ່ງ​ບັນ​ເຕັກ​ນິກ​ໃໝ່​​ແລະ​ກ້າວ​ໜ້າ, ຂະ​ນະ​ດຽວ​ກັນ, ຕະຫຼາດ​ອັນ​ໃຫຍ່​ຫຼວງ​ຂອງ​ຈີນ​ກໍ​ໄດ້​ເປີດ​ໂອ​ກາດ​ຢ່າງກວ້າງ​ຂວາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ໄທ​ເຊັ່ນ​ກັນ. ຈີນ​ມີ​ເຕັກ​ນິກ​ກ້າວ​ໜ້າ​ທັນ​ສະ​ໄໝ​ແລະ​ປະ​ສົບ​ການ​ຢ່າງຫຼວງຫຼາຍ​ໃນ​ດ້ານ​ເຕັກ​ນິກ​ໃໝ່​​ທີ່​ກ້າວ​ໜ້າເປັນ​ຕົ້ນ ການ​ທະ​ນາ​ຄານ​ທາງ​ອິນ​ເຕີ​ເນັດ,​ຖານຂໍ້​ມູນ​ໃຫຍ່,​ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ, ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ, ພະ​ລັງ​ງານ​ໃໝ່​ແລະ​ອື່ນໆ.

ທ່າ​ນ​ວິກ​ຣົມ ກ​ຣົມມາ​ດິດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ໄທ-ຈີນ​ໃຫ້​ຮູ້​ວ່າ: ຈີນ​ມີ​ຖາ​ນະ​ສຳ​ຄັນ​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ໄທ, ເປັນ​ຄູ່​ຄ້າ​ສຳ​ຄັນ​ຂອງ​ໄທ ແລະ​ນັກ​ທ່ອງ​ທ່ຽວ​ຈີນ​ກໍ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ໄທ​ເຊັ່ນ​ກັນ. ໄທ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ກາ​ນ​ສ້າງ "ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ", ຊຸກ​ຍູ້​ການ​ເຮັດ​ໃຫ້​ຍຸດ​ທະ​ສາດ​ອຸດ​ສາ​ຫະ​ກຳ​ຍຸກ 4.0, ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ​ເຊື່ອມ​ຕໍ່​ກັບ​ການ​ສ້າງ"ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ",​ເປີດກ​ວ້າງ​ການ​ເຊື່ອມ​ຍົງ​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ ເຊິ່ງ​ຈະ​ເຮັດ​ໃຫ້​ຈັງ​ຫວະ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທັງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ