ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທຳ​ອິດ​ຂອງ​ໜ່ວຍ​ງານ​ປະ​ສົມ​ການ​ປະ​ຕິ​ບັດ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຈະ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ
2018-03-01 16:48:12  cri 
ຕາມ​ຂ່າວ CRI: ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 28 ກຸມ​ພາ​​ຜ່ານ​ມານີ້, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ແລະ​ປະ​ເທດ​ອາ​ຊຽນ​ຈະ​ຈັດ​ກອງ​ປະ​ຊຸມ​ໜ່ວມ​ງານ​ປະ​ສົມ​ຄັ້ງ​ທີ 23 ກ່ຽວ​ກັບ​ການ​ຈັດ​ຕັ້ງປະ​ຕິ​ບັດ"ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢູ່​ເມືອງ​​ຍະ​ຈ່າງ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 2 ມີ​ນາ​ນີ້​ໃນ​ໄລ​ຍະ​ຢ້ຽມ​ຢາມ. ຝ່າຍ​ຕ່າງໆ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ"ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້", ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ​ຢ່າງ​ແທ້​ຈິງ​ແລະ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້".

ທ່ານ​ລູ້​ຄ່າງ ເນັ້ນ​ວ່າ, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ, ​ປັດ​ຈຸ​ບັນສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ດີ​ຂຶ້ນ​ບົນ​ພື້ນ​ຖານ​ຄວາມ​ໝັ້ນ​ທ່ຽງ. ຈີນ​ແລະ​ປະ​ເທດ​ອາ​ຊຽນ​ມີ​ຄວາມ​ປາ​ຖະ​ໜາ​ແລະ​​ມີຄວາມ​ໝັ້ນ​ໃຈ​​ຈະຮັກ​ສາ​​ການ​ສົ​ນ​ທະ​ນາ​ແລະ​ຮ່ວມ​ມື, ພະ​ຍາ​ຍາມ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ແລະ​ຜົນ​ງານ​ຢ່າງ​ຕັ້ງ​ໜ້າ​ຫຼາຍກວ່າ​ເກົ່າ, ພ້ອມ​ກັນ​ນັ້ນ​​ຈະ​ຮ່ວມ​ກັນປັບ​ປຸງ​​ສະ​ຖາ​ນະ​ການ​ທີ່​ດີ​ຂອງ​ພາກ​ພື້ນ​ໃນ​ປັດ​ຈຸ​ບັນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ