ຣັດ​ເຊຍ​ກ່າວ​ວ່າ: ເຂດ​ທີ່​ຄວບ​ຄຸມ​ໂດຍ​ອາ​ເມ​ລິ​ກາຢູ່​ຊີ​ຣີ​ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການທາງ​ດ້ານ​ມະ​ນຸດ​ສະ​ທຳ​ໂດຍ​ດ່ວນ
2018-03-01 16:48:54  cri 
ວັນ​ທີ 28 ກຸມ​ພາ​ຜ່ານ​ມາ, ທ່ານ​​ອີ​ກໍ ໂກ​ນາ​ເຊັນ​ຄົ​ຟ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ, ເຂດ​ທີ່​ອາ​ເມ​ລິ​ກາ​ຄວບ​ຄຸມ​ຢູ່​ຊີ​ຣີນັ້ນ​ຕ້ອງ​​ປະ​ຕິ​ບັດ​ມາດ​ຕະ​ການ​ທາງ​ດ້ານມະ​ນຸດ​ສະ​ທຳ​ໂດຍ​ດ່ວນ.

ຂ່າວ​ສານ​ຕາ​ສ​ຂອງ​ຣັດ​ເຊຍ​ລາຍ​ງານ​ວ່າ, ​ທ່ານ​ໂກ​ນາ​ເຊັນ​ຄົ​ຟ​​ກ່າວວ່າ, ປັດ​ຈຸ​ບັນ​ສະ​ພາບ​ແວດ​ລ້ອມ​​ການດຳ​ລົງ​ຊີ​ວິດ​ຢູ່​ເຂດ​​ຣາ​ຄາ​ແລະ​ເຂດ​ອາ​ທັ​ນຟ​ເຊິ່ງ​ເປັນ​ເຂດ​ທີ່​ຄວບ​ຄຸມ​ໂດຍ​ພັນ​ທະ​ມິດ​ສາ​ກົນ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ນັ້ນແມ່ນ​ເຄັ່ງ​​ຄັດ​ຫຼາຍ, ​ສະ​ນັ້ນ​ປະ​ຊາ​ຄົມ​ໂລກ​ຄວນ​ປະ​ຕິ​ບັດ​ມາດ​ຕະ​ການ​​ທາງ​ດ້ານມະ​ນຸດ​ສະ​ທຳ​ໂດຍ​ດ່ວນ. ໃນ​ນັ້ນ, ​ໃນ​ຄ້າຍ​ຊາວ​ອົບ​ພະ​ຍົບ​ຢູ່​ເຂດ​ອາ​ທັນຟມີ​ຊາວ​ອົບ​ພະ​ຍົບ 6 ໝື່ນ​ຄົນ​ຖືກ​ຄວບ​ຄຸມ​​ໂດຍ​ກຸ່ມ​ປະ​ກອບ​ອາ​ວຸດ​ຜິດ​ກົດ​ໝາຍ, ຢູ່​ເຂດ​ຣາ​ຄາ​ກໍ​ໄດ້​ເກີດ​ມີ​ການ​ລະ​ເມີດ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ