ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນພົບ​ປະ​​ແລະ​ປຶກ​ສາ​ຫາ​ລືປະ​ຊາ​ທິ​ປະ​ໄຕ​ກັບ​ບຸກ​ຄົນ​ພາຍນອກ
2018-03-02 10:02:26  cri 
ວັນ​ທີ 6 ກຸມ​ພາ​ຜ່ານ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ການ​ສຳ​ມະ​ນາ​ກັບ​ບຸກ​ຄົນ​ນອກ​ພັກ ແລະ​ຈັດ​ກອງ​ປະ​ຊຸມ​ປຶ​ກ​ສາ​​ຫາ​ລືປະ​ຊາ​ທິ​ປະ​ໄຕ​ໃນ​ວັນ​ທີ 28 ເດືອນ​ດຽວ​ກັນ​​ໂດຍ​ແຈ້ງ​ໃຫ້​ຜູ້​ຕາງ​ໜ້າ​ບັນ​ດາ​ສູນ​ກາງ​ພັກ​ປະ​ຊາ​ທິ​ປະ​ໄຕ, ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແຫ່ງ​ຊາດ​ແລະ ​ບຸກ​ຄົນ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ​ຊາບ ພ້ອມ​ທັງ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ບັນ​ດາ​ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ກ່ຽວ​ກັບຂໍ້​ຕົກ​ລົງ​ຂອງ​ສູນ​ກາງ​ພັກ​ອມ​ມູ​ນິດ​ຈີນ​ວ່າ​ດ້ວຍ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ອົງ​ການ​ພັກ​ແລະ​ລັດ, ແຜນ​ງານ​ລົງ​ເລິກ​ປະ​ຕິ​ຮູບ​ອົງ​ການ​ພັກ​ແລະ​ລັດ, ບັນ​ຊີ​ລາຍ​ຊື່​ຜູ້​ທີ່​ຈະ​ເປັນການ​ນຳ​ອົງ​ການ​ຂອງ​ລັດທີ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກຽມ​ຈະ​ສະ​ເໜີ​​ຕໍ່​ກອງ​ປະ​ຊຸມ​ເທື່ອ​ທີ​ໜຶ່ງ​ສະ​ໄໝ ທີ 13 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ​ບັນ​ຊີ​ລາຍ​ຊື່​​ຜູ້​ທີ່​ຈະ​ເປັນການ​ນຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ກຽມ​ຈະ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ເທື່ອ​ທີ​ໜຶ່ງ​ສະ​ໄໝ​ທີ 13 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ເປັນ​ປະ​ທານກອງ​ປະ​ຊຸມ​ແລະ​ກ່າວ​ປາ​ໄສ​ສຳ​ຄັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ