ຈີນ​ຈະ​ຮ່ວມ​ກັບ​ມາ​ເລ​ເຊຍ,ໄທແລະ​ປະ​ເທດ​ອື່ນໆ​ລົງ​ເລິກ​ການ​ຮ່ວມ​ມືໃນ​ຂອບໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ
2018-03-02 10:37:37  cri 
ຕາມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 1 ມີ​ນານີ້ ທ່ານ​ນາງ​ຮ​ວ້າ​​ຊຸ່ນຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ຮ່ວມ​ກັບ​ມາ​ເລ​ເຊຍ ໄທ ແລະ​ປະ​ເທດ​ອື່ນໆ​ສືບ​ຕໍ່​ຍຶດ​ຖື​ຫຼັກ​ການ ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ນຳ​ກັນ ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ໃນຂອບ​ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ, ເປີດກວ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ​ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ໃຫ້​ດີກວ່າ​ເກົ່າ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ວ່າ,​ຫວ່າງມໍ່ໆ​ນີ້  ທ່ານ​ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້ ສະ​ແດງ​ທ່າ​ທີ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຮ່ວມ​ມື​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫຼາຍປະ​ເທດໄດ້​ຮູ້​ສຶກ​ເຖິງ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຮ່ວມ​ມື​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ວ່າ, ເຊັ່ນ​ດຽວ​ກັນ​ກັບ​ມາ​ເລ​ເຊຍ, ປະ​ເທດ​ໄທ​ກໍ່​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຂອງ​ຈີນ ແລະ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ສາ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ. ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ ແມ່ນ​ໂຄງ​ການ​ສຳ​ຄັນ​ທີ່​ສຸດ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ການ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ແລະ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ທີ່​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ນຳ​ກັນ, ຈະ​ຍົກ​ລະ​ດັບ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ໄທ​ກັບ​ພ​ກາ​ພື້ນ​ແຫ່ງນີ້​ໃຫ້​ສູງ​ຂຶ້ນ​ຢ່າງ​ບັງ​ເກີດ​ຜົນ, ຊຸກ​ຍູ້​ເສດ​ຖະ​ກິດ​ໄທ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຈີນ ແລະ​ໄທ ຕັ້ງ​ໜ້າ​ລົງ​ເລິກ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ຍຸດ​ທະ​ສາດ​ພັດ​ທະ​ນາ, ຊຸກ​ຍູ້​ໃຫ້​ໂຄງ​ການ​ຕ່າງໆ​ເຊິ່ງ​ລວມ​ທັງ​ທາງ​ລົດ​ໄຟ​ຈີນ-ໄທ​ກ້າວ​ໄປ​ໜ້າ, ບໍ່​ພຽງ​ແຕ່​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ສອງ​ປະ​ເທດ ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ​ທໍ່​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ແຫ່ງນີ້​ພັດ​ທະ​ນາ​ຮ່ວມ​ກັນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ