ອາ​ເມ​ລິ​ກາກ່າວ​ວ່າ​ປະ​ເທດ​ຕົນ​ໄດ້​ຮັບ "ການ​ຂົ່ມ​ຂູ່​ຈາກ​ຈີນ"
2018-03-02 15:27:30  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຮິ​ເທັນ ຜູ້​ບັນ​ຊາ​ການ​ຂອງ​ກອງ​ບັນ​ຊາ​ການຍຸດ​ທະ​ສາດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຈີນ​ໄດ້​ສ້າງ​ກາ​ນ​ຂົ່ມ​ຂູ່​ພິ​ເສດ​ຕໍ່​ປະ​ເທດ​ຕົນ​ໃນ​ຂົງ​ເຂດ​ອະ​ວະ​ກາດ​ແລະ​ກຳ​ລັງ​ສູ້​ຮົບ. ທ່ານ​ໂວ​ເທີ ຜູ້​ບັນ​ຊາ​ການ​ຂອງ​ກອງ​ບັນ​ຊາ​ການ​ສູນ​ກາງ​ອາ​ເມ​ລິ​ກາ​ກໍ​ກ່າວ​ວ່າ, ຈີນ​ມີ "ຄວາມທະ​ເຍີ​ທະ​ຍານ​ທາງ​ດ້ານ​ການ​ທະ​ຫານ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ" ຢູ່​ເຂດ​ຕາ​ເວັນ​ອອກ​ກາງ. ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ມີ​ນາ​ນີ້, ທ່​ານ​ນາງ​ຮ້​ວາ​​ຊຸ່ນ​ຢິງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ມີ​ກຳ​ລັງ​ທະ​ຫານ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ທະ​ຫານ​ນຳ​ໜ້າ​ໂລກ​ຢ່າງ​ຫຼວງ​ຫຼາຍ, ​ເຊິ່ງຫຼາຍກວ່າ​ຍອດ​ມູນ​ຄ່າ​ລາຍ​ຈ່າຍ​ການ​ທະ​ຫານ​ອັນ​ດັ​ບ​ທີ 2 ຮອດ​ອັນ​ດັບ​ທີ 7 ບວກ​ເຂົ້າ​ກັນ, ເປັນ​ຫຍັງ​ຈຶ່ງ​ຍັງ​ເວົ້າ​ວ່າ​ປະ​ເທດ​ອື່ນ​ມີການ​ຂົ່ມ​ຂູ່​ຕໍ່​ອາ​ເມ​ລິ​ກາ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄປ​ປະ​ເທດ​ອາ​ຊີ​ເພື່ອ​ຂາຍ​ອາ​ວຸດ​ທັ​ນ​ສະ​ໄໝ​ເຊັ່ນ​ຍົນ​ຮົບ F-35, ຄົນ​ທັງ​ຫຼາຍ​ກໍ​ຕ້ອງ​ຖາມ​ວ່າ, ເຈດ​ຕະ​ນາ​ແທ້​ຈິງ​ທີ່​ອາ​ເມ​ລິ​ກາ​​ເວົ້າວ່າ​ປະ​ເທດ​ຕົນ​ໄດ້​ຮັບ "ການ​ຂົ່ມ​ຂູ່​ຈາກ​ຈີນ" ແມ່ນ​ຫຍັງ?

ທ່ານ​ນາງ​ຮ້​ວາ​​ຊຸ່ນ​ຢິງ ກ່າວເນັ້ນຕື່ມ​ວ່າ, ເຈດ​ຕະ​ນາ​ຍຸດ​ທະ​ສາດ​ຂອງ​ຈີນ​ແມ່ນ​ໂປ່ງ​ໃສ​ທີ່​ສຸດ, ເປົ້າ​ໝາຍ​ພື້ນ​ຖານ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ​ແມ່ນ​ເພື່ອ​ສະ​ແຫວງ​ຫາ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ, ສະ​ແຫວງ​ຫາ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ຊາດ​​ຄືນ​ໃໝ່ແລະ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ. ທ່ານ​ຮຽ​ກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຄວນ​ປະ​ຖິ້ມ​ແນວ​ຄິດ​ສົງ​ຄາມ​ເຢັນ​ທີ່​ຫຼ້າ​ສະ​ໄໝ, ມີ​ທັດ​ສະ​ນະ​ພາ​ວະ​ວິ​ໄສ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ​ກໍ​ຄື​​ໂລກປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ