ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ
2018-03-02 15:13:37  cri 

ພິທີເປີດການຊື້-ຂາຍຮຸ້ນຄັ້ງທຳອິດຂອງບໍລິສັດຊີມັງລາວ ມະຫາຊົນໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕອນເຊົ້າວັນທີ 2 ມີນານີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແກ້ວ ວິສີສົມບັດ ປະທານບໍລິຫານ ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ, ທ່ານ ຈ່າງລີ ຜູ້ອຳນວຍການບໍລິສັດ ຊີມັງລາວ ມະຫາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວກ່ຽວຂ້ອງ 100 ກວ່າຄົນ.

ໂອກາດນີ້, ທ່ານ ວັນຄໍາ ວໍລະວົງ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກກຊັບລາວ ແລະ ທ່ານ ຈ່າງລີ ຜູ້ອຳນວຍການບໍລິສັດ ຊີມັງລາວ ມະຫາຊົນ ໄດ້ຕາງໜ້າສອງຝ່າຍລົງນາມໃນສັນຍາຈົດທະບຽນຮຸ້ນ ຂອງບໍລິສັດຊີມັງລາວ ມະຫາຊົນ.

​ໂອ​ກາດ​ນີ້, ທ່ານ ວັນຄໍາ ວໍລະວົງ ໄດ້ສະແດງຄວາມຊົມເຊີຍ ບໍລິສັດ ຊີມັງລາວ ມະຫາຊົນ​ທີ່ໄດ້ສຳເລັດການຈຳໜ່າຍຮຸ້ນຄັ້ງທຳອິດ ​ພ້ອມທັງສະແດງຄວາມຍິນດີຕ້ອນຮັບບໍລິສັດດັ່ງກ່າວເຂົ້າມາຈົດທະບຽນເປັນບໍລິສັດທີ 7 ຂອງຕະຫຼາດຫຼັກຊັບລາວ. ທ່ານກ່າວວ່າ, ການເຂົ້າມາຈົດທະບຽນເຂົ້າຕະຫຼາດຫຼັກຊັບຂອງບໍລິສັດຊີມັງລາວ ມະຫາຊົນ ຖືເປັນນິມິດໝາຍທີ່ສຳຄັນ ເຊິ່ງເປັນອີກສ່ວນໜຶ່ງໃນການພັດທະນາເສດຖະກິດຂອງປະເທດ, ສ້າງວຽກເຮັດງານທຳ ແລະ ສ້າງໂອກາດໃນການຍົກລະດັບຜະລິດຕະພັນສິນຄ້າຂອງລາວໃຫ້ເຕີບໃຫຍ່ສູ່ສາກົນ, ນອກ​ຈາກ​ນີ້, ຮຸ້ນບໍລິສັດທີ 7 ນີ້ຍັງເປັນການສ້າງທາງເລືອກ ແລະ ເງື່ອນໄຂຫຼາຍດ້ານໃຫ້ແກ່ນັກລົງທຶນທັງພາຍໃນແລະຕ່າງປະເທດທີ່ຈະມາລົງທຶນໃນຕະຫຼາດຫຼັກຊັບ. 

ຂ່າວແຈ້ງ​ຕື່ມວ່າ, ໃນ​ວັນທີ 9 ກຸມພາຜ່ານມາ, ບໍລິສັດຊີມັງລາວ ມະຫາຊົນ ໄດ້ສຳເລັດການເປີດ IPO ໂດຍສະເໜີການຈຳໜ່າຍຮຸ້ນທັງໝົດ 12,001,200 ຮຸ້ນ ລວມມູນຄ່າ 28 ຕື້ກວ່າກີບ ຫຼື 3 ລ້ານກວ່າໂດລາສະຫະລັດ.

ບໍລິສັດ ຊີມັງລາວມະຫາຊົນ ເປັນໜຶ່ງໃນບໍລິສັດທີ່ມີຊື່ສຽງໃນ ສປປ ລາວ ທີ່ດຳເນີນທຸລະກິດຜະລິດຊີມັງເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ຈາກການເປີດການຊື້ຂາຍຮຸ້ນຄັ້ງທຳອິດ, ບໍລິສັດຊີມັງລາວມະຫາຊົນໄດ້ກາຍເປັນບໍລິສັດທີ 7 ແລະເປັນບໍລິສັດຊີມັງແຫ່ງທຳອິດທີ່ຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບລາວ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ