ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຈະເປີດ "ຊ່ອງ​ທາງ​ຜູ້​ແທນ" ເປັນ​ຄັ້ງ​ທຳ​ອິດ
2018-03-03 13:59:40  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ​ແຫຼ່ງ​ຂ່າວ​ຈາກສູນ​​ຖະ​ແຫຼງ​ຂ່າວຂອງ​ກອງ​ປະ​ຊຸມ​ສອງ​ສະ​ພາ​​ໃຫ້​ຮູ້​ວ່າ, ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ​ຈະເປີດ "ຊ່ອງ​ທາງ​​ຜູ້​ແທນ" ເປັນ​ຄັ້ງ​ທຳ​ອິດແລະ​ໃຫ້​ບັນ​ດາ​ຜູ້​ແທນ​ອອກມາ​ພົບ​ກັບ​ພາຍນອກ. "ຊ່ອງ​ທາງ​​ຜູ້​ແທນ" ຈະ​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ກ່ອນ​ຈະ​ຈັດ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ຄັ້ງ​​ທຳ​ອິດຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ຊຸດທີ 13 ໃນ​ຕອນ​ເຊົ້າ​ວັນ​ທີ 5 ​ມີ​ນາ​ນີ້, ແລະ​ໃຫ້​ສຳ​ພາດ​​ຂ່າວປະ​ມານ 40 ນາ​ທີ. ​ບ່ອນທີ່​ສຳ​ພາດ​ຕັ້ງ​ຢູ່​ເຂດ​ສຳ​ພາດ​ໃນ​ຫໍ​​ສູນ​ກາງ​ຂອງ​ຫໍ​ສະ​ພາ​ປະ​ຊາ​ຊົນ.

"ຊ່ອງ​ທາງ​ຜູ້​ແທນ" ໃນ​ປີ​ນີ້​ຈະ​ຈັດ​ການ​ສຳ​ພາດ​ຂ່າວຫຼາຍ​ຄັ້ງ, ​ແຕ່​ລະ​ຄັ້ງ​ຈະ​ເຊີນ​ຜູ້​ແທນ​ປະ​ຊາ​ຊົນ​ປະ​ມານ 10 ທ່ານ​ມາ​ໃຫ້​ສຳ​ພາດ​ຂ່າວ​ແລະໃນ​ການສຳ​ພາດຂ່າວ, ຜູ້​ແທນ​​ຕ່າງໆຈະ​ແບ່ງ​ເປັນ​ຫຼາຍ​ຈຸ​ແລະ​ຮັບ​ສຳ​ພາດ​ຕາມ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ, ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປີດກວ້າງ​ແລະ​ຄວາມ​​ໝັ້ນ​ໃຈຕໍ່​ຕົນ​ເອງ​ຂອງກອງ​ປະ​ຊຸມ​ສອງ​ສະ​ພາ.

ຈາກ "ຊ່ອງ​ທາງ​ລັດ​ຖະ​ມົນ​ຕີ" ຮອດ "ຊ່ອງ​ທາງ​ຜູ້​ແທນ​ສະ​ມາ​ຊິກ​ພັກ"  ​ທີ່​ຕັ້ງ​ແລະ​ນຳ​ໃຊ້​ມາ​ຫຼາຍ​ປີຮອດ"ຊ່ອງ​ທາງ​ຜູ້​ແທນ" ແລະ "ຊ່ອງ​ທາງສະ​ມາ​ຊິກ​ພັກ​ປຶກ​ສາ​ການ​ເມືອງ"ທີ່​ເປີດ​​ນຳ​ໃຊ້​ຄັ້ງ​ທຳ​ອິດ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້, ​ສະ​ແດງ​ໃຫ້​ເຫັນ​ວ່າຈີນ​ກຳ​ລັງ​ເປີດ​​​ປ່ອງ​ຢ້ຽມ​​ຕໍ່​ພາຍນອກຫຼາຍກວ່າ​ເກົ່າ​ດ້ວຍ​ທ່າ​ທາງ​ທີ່​ເປີດກວ້າງ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງຫຼາຍ​ກວ່າ​ເກົ່າ, ​ເພື່ອຕອບ​​ສະ​ໜອງ​ຕໍ່ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຕ່າງໆ​ແລະ​ເປີດ​ເຜີຍພາບ​ພົດ​ຂອງ​​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ