ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ບໍ່​ແມ່ນ​ເຄື່ອງ​ມື​ຍຸດ​ທະ​ສາດ​ດ້ານ​ພູມ​ສາດ​ຂອງ​ຈີນ
2018-03-04 15:14:30  cri 
ປີ 2018 ແມ່ນ​ປີ​ທີ່​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ຄົບ​ຮອບ 5 ປີ. ວັນ​ທີ 4 ມີ​ນານີ້, ທ່ານ​ຈ່າງ​ເຢ້​ຊຸ້ຍ ໂຄ​ສົກ​ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ກ່າວ​ຢູ່​ປັກ​ກິ່ງວ່າ: ອັນ​ທີ່​ວ່າ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ແມ່ນ​ເຄື່ອງ​ມື​ຍຸດ​ທະ​ສາດ​ດ້ານ​ພູມ​ສາດ​ຂອງ​ຈີນນັ້ນ​ແມ່ນ​ຄວາມ​ເຂົ້າ​ໃຈ​ຜິດ​ຕໍ່​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ຈ່າງ​ເຢ້​ຊຸ້ຍກ່າວ​ຊີ້ວ່າ: "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ແມ່ນ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ທີ່​ຖື​ການ​ເຊື່ອມ​ຈອດ​ກັນ​ເປັນ​ຈຸດ​ໜັກ ແລະ​ຖື​ການ​ເຮັດ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນ​ເປົ້າ​ໝາຍ, ຫວັງ​ໃຫ້​ຜ່ານ​ການ​ສະ​ໜັບ​ສະ​ໜູນກັນ​ດ້ານ​ທ່າ​ແຮງ, ສ້າງ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ ແລະ​ການ​ພັດ​ທະ​ນາ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ. ຫຼັກ​ການ​ຂອງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ແມ່ນ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ ສ້າງ​ສາ​ຮ່ວ​ມ​ກັນ ແລະ​ຊົມ​ໃຊ້​ຮ່ວ​ມ​ກັນ, ທຸກຝ່າຍທີ່​ເຂົ້າ​ຮ່ວມແມ່ນ​ຄູ່​ພະ​ຫຸພາ​ຄີທີ່​ສະ​ເໝີ​ພາບ​ກັນທັງ​ໝົດ. ການ​ສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ແມ່ນ​ເວ​ທີ​ທີ່​ເປີດປະ​ຕູກວ້າງ ແລະໂອບ​ອ້ອມ​ອາ​ລີ, ບໍ່​ປະ​ຕິ​ເສດ​ຫຼື​ແນ​ໃສ່​ປະ​ເທດ​ໃດໆ, ແລະ​ເປີດປະ​ຕູ​ຕ້ອນ​ຮັບຕໍ່​ທຸກ​ປະ​ເທດ​ທີ່​ສົນ​ໃຈ​ນຳ"ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ"ຢູ່​ສະ​ເໝີ.

ທ່ານ​ຈ່າງ​ເຢ້​ຊຸ້ຍ​ຍັງ​ກ່າວ​ຕື່ມ​ວ່າ: ໃນ 5 ປີ​ຜ່ານ​ມານີ້, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຝ່າຍ​ຕ່າງໆ, ການ​ສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ. ສັງ​ເກດ​ຈາກ​ຜົນ​ສຳ​ເລັດ​ເຫຼົ່າ​ນີ້​ເຫັນ​ໄດ້​ວ່າ: ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ສອດ​ຄ່ອງ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ທີ່​ເນັ້ນ​ໃຫ້​ມີ​ການຮ່ວມ​ມື​ແລະໃຫ້​ຕ່າງ​ຝ່າຍ​ລ້ວນ​ໄດ້​ຮັບຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບຄວາມ​ປາ​ຖະ​ໜາ​ທົ່ວ​ໄ​ປ​ຂອງ​ຄົນ​ເຮົາ​ທີ່​ຢາກ​ໃຫ້​ມະ​ນຸດ​ທຳການ​ພັດ​ທະ​ນາ​ຮ່ວມກັນ. ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ: ປະ​ຈຸ​ບັນ, ການ​ສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ຍັງ​ຢູ່​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການກໍ່​ຮ່າງ​ສ້າງ​ຕົວ, ກໍ​ຍ່ອມ​ເກີດ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ເກີດ​ຂຶ້ນ, ຄື​ກັນ​ກັບ​ສິ່ງ​ກຳ​ເນີດ​ໃໝ່​ທັງ​ຫຼາຍ ເຊິ່ງ​ຖື​ເປັນ​ເລື່ອງ​ປົກ​ກະ​ຕິ. ຈີນ​ຍິນ​ດີຮັບຟັງ​ທຸກ​ຄວາມ​ເຫັນ​ທີ່​ມີ​ລັກ​ສະ​ນະຕັ້ງ​ໜ້າ​ແລະ​ສ້າງ​ສັນ​ອັນ​ຈະ​ກໍ່​ໃຫ້​ເກີດຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ