ເປີດ​ເຜີຍ​ວາ​ລະ​ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ຈະ​ພິ​ຈາ​ລະ​ນາ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ
2018-03-04 15:28:24  cri 
ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ຈະ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ເລີ່ມແຕ່​ວັນ​ທີ 5 ຫາ​ວັນ​ທີ 20 ມີ​ນານີ້, ໃຊ້​ເວ​ລາດຳ​ເນີນ 15 ມື້​ເຄິ່ງ. ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເທື່ອນີ້​ແມ່ນກອ​ງ​ປະ​ຊຸມ​ທີ່​ຍາວ​ທີ່​ສຸດ​ແລະ​ມີ​ວາ​ລະ​ຫຼາຍ​ທີ່​ສຸດ​ຕະ​ຫຼອດ​ຊຸມ​​ປີ​ຜ່ານ​ມານີ້.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວກ່ຽວ​ກັບ​ກອງ​ປະ​ຊຸມ​ເທື່ອນີ້​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ມີ​ນານີ້, ທ່ານ​ຈ່າງ​ເຢ້​ຊຸ້ຍ ໂຄ​ສົກ​ກອ​ງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຜູ້​ໃໝ່​ແຈ້ງ​ໃຫ້​ຊາບ​ວ່າ: ກອງ​ປະ​ຊຸມ​ເທື່ອນີ້​ທັງ​ໝົດ​ມີ 10 ວາ​ລະ ເຊັ່ນ: ພິ​ຈາ​ລະ​ນາ​ບົດ​ລາຍ​ງານວຽກ​ງານ​ລັດ​ຖະ​ບານ, ພິ​ຈາ​ລະ​ນາ​ກວດ​ກາ​ບົດ​ລາຍ​ງານ​ແຜນ​ການ​ແລະ​ບົດ​ລາຍ​ງານ​ງົບ​ປະ​ມານ, ພິ​ຈາ​ລະ​ນາ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ດັດ​ແກ້ແລະ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕິດ​ຕາມກວດ​ກາ, ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ບົດ​ລາຍ​ງານ​ວຽກ​ງານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ພິ​ຈາ​ລະ​ນາ​ແຜນ​ການ​ປະ​ຕິ​ຮູບ​ອົງ​ການ​ລັດ​ຖະ​ບານ, ເລືອກ​ຕັ້ງ​ແລະ​ຕົກ​ລົງ​ຮັບ​ເອົາສະ​ມາ​ຊິກ​ພາກ​ສ່ວນ​ຕ່າງໆ​ຂອງ​ລັດ ແລະ​ອື່ນໆ.

ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ກອງ​ປະ​ຊຸມ, ຈະ​ຈັດ​ກອງ​ປະ​ຊຸມ​ຂ່າວ 14 ເທື່ອ​ໂດຍ​ໝູນ​ອ້ອມບັນ​ຫາ​ຕ່າງໆ​ເຊັ່ນ ​ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ, ວຽກ​ງານ​ນິ​ຕິ​ບັນ​ຍັດ​ແລະ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ພ້ອມ​ທັງ​ບັນ​ຫາ​ຈຸດ​ສຸມ​ໃນ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ. ພາຍ​ຫຼັງ​ປິດກອງ​ປະ​ຊຸມ ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ມີ​ນາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊຸດ​ໃໝ່​ຈະ​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ແລະ​ຕອບ​ຄຳ​ຖາມ. ກອງ​ປະ​ຊຸມ​ເທື່ອນີ້ນອກ​ຈາກ​ໄດ້​ຈັດ​ໃຫ້​ມີ​ຊ່ອງ​ທາງ​ລັດ​ຖະ​ມົນ​ຕີ​ແລ້ວ, ຍັງ​ໄດ້ຈັດ​ຕັ້ງ​ການ​ສຳ​ພາດ​ແບບ​ໂຮມ​ສູນ​ຢູ່​ຊ່ອງ​ທາງ​ຜູ້​ແທນ​ເປັນ​ຄັ້ງ​ທຳ​ອິດ, ເພື່ອ​ຕອບ​ສະ​ໜອງ​ຄຳ​ຕອບ​ທີ່​ເປັນ​ທີ່​ຄວາມ​ສົນ​ໃຈ​ຂອງ​ຄົນ​ທັງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ