ໄຂ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດຂອງສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13
2018-03-04 15:23:39  cri 


ຕາມ​ຂ່າວCRI:ວັນ​ທີ 3 ມີ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດສະ​ພາ​ປຶກ​ສາ​ການ​ເມືອງປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​. ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ດ້ວຍ​ຜູ້​ນຳ​​ພັກ​ແລະ​ລັດ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ທ່ານ​ຢີ​ຈື້ງ​ເສິງ​ໄດ້​​ຕາງໜ້າຄະ​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ສະ​ເໜີ​ບົດ​ລາຍ​ງານ​ວຽກ​ງານ​ຕໍ່​ກອງ​ປະ​ຊຸມ​ໃຫຍ່, ໄດ້​ຫວນ​ຄືນ​ເຖິງຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ດ້ານ​ວຽກ​ງານຂອງ​ສະ​ພາ​ປຶກ​ສ​າ​ກາ​ນ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​​ໃນ 5 ປີ​ຜ່ານ​ມາ​ນີ້, ແລະ​ໄດ້​ໃຫ້​ຂໍ້​ສະ​ເໜີ​ກ່ຽວ​ກັບ​ວຽກ​ງານ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ 5 ປີ ຕໍ່​ໜ້າ​ນີ້. ທ່ານ​ຢີ​ຈື້ງ​ເສິງ​ກ່າວ​ວ່າ, ໃນ 5 ປີ​ຜ່ານ​ມາ​ນີ້, ສະ​ພາ​ປຶ​ກ​ສາ​ການ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ໄດ້​ປັບ​ປຸງສະ​ຖາ​ນະ​ພາບ​ດ້ານ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເມືອງ​ໃຫ້​ສົມ​ບູນກວ່າ​ເກົ່າ, ເພີ່ມ​ທະ​ວີ​ບົດ​ບາ​ດ​ດ້ານ​ການ​ຕິດ​ຕາມກວດ​ກາ​ປະ​ຊາ​ທິ​ປະ​ໄຕ, ບຸກ​ເບີກວຽກ​ງານ​ການສ້າງ​ຄວາມ​ມິດ​ຕະ​ພາບ​​ແລະ​ຄວາມສາ​ມັກ​ຄີ​ກັນ, ເພີ່ມ​ທະ​ວີ​ການ​ສ້າງ​ສາດ້ານ​ຄວາມ​ສາ​ມາດ​ຂອງ​ການ​ປະ​ຕິ​ບັດ​ໜ້າ​ທີ່. ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ໃໝ່​ຕ້ອງ​ລົງ​ເລິກຮ່ຳ​ຮຽນ​ແລະ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​​ຂອງຈີນ​ສະ​ໄໝ​ໃໝ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ສຸມ​ໃສ່​ການ​ເອົາ​ຊະ​ນະໃນ​ການ​ກໍ່​ສ້າງ​ສັງ​ຄົມ​ແບບ​ອີ່ມ​ໜຳ​ສຳ​ລານໃຫ້​ສຳ​ເລັດ​ຜົນ​ຢ່າງ​ຮອບ​ດ້ານ, ໃຫ້​ຂໍ້​ສະ​ເໜີ​ແລ​ະ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບັນ​ຫາ​ທີ່​ສຳ​ຄັນ​ຂອງ​ການ​ເລີ່ມ​ຂະ​ບວນ​ວິ​ວັດໃໝ່​ຂອງ​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ແບບ​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ເຮັດ​ໃຫ້​ການ​ປຶກ​ສາ​ຫາ​ລື​ແລະ​ປະ​ຊາ​ທິ​ປະ​ໄຕ​ຖືກປະ​ຕິ​ບັດ​ໃນ​ຂະ​ບວນ​ການ​ທັງ​ໝົດ​ຂອງ​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ, ການ​ຕິດ​ຕາມກວດ​ກາ​ປະ​ຊາ​ທິ​ປະ​ໄຕ, ການ​ເຂົ້າ​ຮ່ວມ​ວຽກ​ງານ​ການ​ເມືອງ​ແລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ການ​ເມືອງ, ​ເຕົ້າ​ໂຮມພະ​ລັງ​ງານທາງບວກ​ທີ່​ເຮັດ​ໃຫ້​ຊົນ​ຊາດ​ຈີນ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແບບຍິ່ງ​ໃຫຍ່ໃຫ້​ຂະ​ຫຍາຍ​ອອກຢ່າງກວ້າງ​ຂວາງ, ເພີ່ມ​ທະ​ວີ​ສະ​ຕິ​ຕໍ່ພາ​ລະ​ໜ້າ​ທີ່​ຂອງ​ກຳ​ມະ​ການ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຂອງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ຮອບ​ດ້ານ.

ກອງ​ປະ​ຊຸມ​ຄັ້ງ​ນີ້ນອກ​ຈາກສຳ​ຫຼວດ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​, ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ວຽກ​ງານ​ຂອງ​ຂໍ້​ສະ​ເໜີຂອງ​ຄະ​ນະ​ປະ​ຈຳສະ​ພາ​ປຶກ​ສາ​ການ​ເມືອງປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນແລະຄະ​ຕິ​ດັດ​ແກ້​ຂອງ​ກົດ​ບັນ​ຍັດຂອງ​ສະ​ພາ​ປຶ​ກ​ສາ​ການ​ເມືອງປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຍັງ​ຈະ​ເລືອກ​ຕັ້ງ​ຜູ້​ນຳ​ຊຸດ​ໃໝ່​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ກຳ​ມະ​ການ​ຂອງ​ສະ​ພາປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍັງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຂອງກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ສະ​ພາ​​ປະ​ຊາ​ຊົນແຫ່ງ​ຊາດ​​ຈີນ​ສະ​ໄໝ​ທີ 13, ເພື່ອ​ຮັບ​ຟັງ​ແລະ​ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ,ຮ່າງ​ລັດ​ຖະ​ທຳ​ມະ​ນູນສະ​ບັບ​ດັດ​ແກ້​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ