ພາຍ​ຫຼັງ​ເລືອກ​ຕັ້ງ​ແລະມອບ​ຕຳ​ແໜ່ງ​ໃຫ້​ສະ​ມາ​ຊິກ​ໃນ​ພາກ​ສ່ວນ​ຕ່າງໆຂອງ​ລັດ ກອງ​ປະ​ຊຸມ​ໃຫຍ່​ຈະ​ຈັດ​ພິ​ທີ​ໃຫ້​ຜູ້​ຮັບ​ຕຳ​ແໜ່ງ​ໃໝ່​ສາບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ເປັນ​ຄັ້ງ​ທຳ​ອິດ
2018-03-04 17:26:32  cri 
ຕາມ​ຂ່າວCRI:ວັນ​ທີ 5 ມີ​ນາ​ນີ້, ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ກອງ​ປະ​ຊຸມສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 13 ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກກິ່ງ. ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 4 ມີ​ນາ​ນີ້, ທ່ານ​ຈາງ​ເຢ້​ຊຸ້ຍ, ໂຄ​ສົກຜູ້ໃໝ່​ຂອງກອງ​ປະ​ຊຸມໃຫຍ່​ກ່າວ​ວ່າ, ພາຍ​ຫຼັງ​ເລືອກ​ຕັ້ງ​ແລະ​ມອບ​ຕຳ​ແໜ່ງ​ໃຫ້​ສະ​ມາ​ຊິກ​ໃຍ​ພາກ​ສ່ວນ​ຕ່າງໆຂອງ​ກົນ​ໄກ​ແຫ່ງ​ລັດ ກອງ​ປະ​ຊຸມ​ໃຫຍ່​ຈະ​ຈັດ​ພິ​ທີ​ໃຫ້​ຜູ້​ຮັບ​ຕຳ​ແໜ່ງ​ໃໝ່​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ເປັນ​ຄັ້ງ​ທຳ​ອິດ.

ການ​ເລືອກ​ຕັ້ງ​ແລະບັນ​ຈຸ​ສະ​ມາ​ຊິກ​ໃນ​ພາກ​ສ່ວນ​ຕ່າງໆ​ຂອງ​ລັດ​ແມ່ວາ​ລະ​ປະ​ຊຸມ​ທີ່​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ສະ​ໄໝ​ທີ 13. ​ຂ່າວ​ແຈ້ງວ່າ, ພາຍ​ຫຼັງ​ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ທີ່​ກ່ຽວ​ຂ້ອງ​ແລ້ວ​ຈະ​ຈັດ​ພິ​ທີ​ການ​ສະ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນຂຶ້ນ​ຫຼັງ​ກອງ​ປະ​ຊຸມ​ຄັ້ງ​ນັ້ນໆ, ທ່​ານ​ຈ່າງ​ເຢ​ຊຸຍ​ກ່າວ​ເນັ້ນ​ວ່າ, ນັບ​ແຕ່​ໄດ້​ປະ​ຕິ​ບັດການ​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ເປັນ​ຕົ້ນ​ມາ, ນີ້​ແມ່ນກິດ​ຈະ​ກຳ​ການ​ສາບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ສະ​ພາປະ​ຊາ​ຊົນ​​ແຫ່ງ​ຊາດ ​ຈີນ​ເປັນ​ຄັ້ງ​ທຳ​ອິດ, ເຊິ່ງ​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເຄົາ​ລົບ​ຕໍ່​ລັດ​ຖະ​ທຳ​ມະ​ນູນ, ​ພະ​ລັງ​ອຳ​ນາດຂອງ​ລັດ​ຖະ​ທຳ​ມະ​ນູນ​ແລະ​ສົ່ງ​ເສີມ​ນ້ຳ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ