ກອງ​ປະ​ຊຸມ​ກະ​ກຽມ​ແກ່​ການ​ຈັດ​ກອງ​ປະ​ຊຸມເທື່ອ​ທຳ​ອິດ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້ເລືອກ​ຕັ້ງ​ຄະ​ນະ​ປະ​ທານແລະ​ເລ​ຂາ​ທິ​ການ​​ຂອງກອງ​ປະ​ຊຸມ​ໃຫຍ່ ທ່ານ​ຈ່າງ​ເຕີ​ຈ່ຽງ​ເປັນ​ປະ​ທານ​ກອງ​ປະ​ຊຸມ
2018-03-04 17:27:17  cri 
ຕາ​ມ​ຂ່າວCRI:ໃນ​ເວ​ລາ​ຕອນ​ເຊົ້າ​ຂອງວັນ​ທີ 4 ມີ​ນາ​ນີ້, ​ໄດ້​ຈັດ​ກອງ​ປະ​ຊຸມ​ກະ​ກຽມ​ແກ່​ການ​ຈັດກອງ​ປະ​ຊຸມ​ເທື່ອ​ທຳ​ອິດຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13. ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງຄະ​ນະ​ປະ​ທານແລະ​ເລ​ຂາ​ທິ​ການ​ຂອງກອງ​ປະ​ຊຸມ​ໃຫຍ່, ໄດ້​ຕົກ​ລົງ​ກ່ຽວ​ກັບ​ວາ​ລະ​ຕ່າງໆ​ທີ່​ຈະ​ນຳ​ມາ​ປຶກ​ສາ​ຫາ​ລື​ໃນກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13. ທ່ານ​ຈ່າງ​ເຕີ​ຈ່ຽງ, ປະ​ທານ​ຄະ​ນະ​ປະ​ຈຳສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ເປັນປະ​ທານ​​ຂອງກອງ​ປະ​ຊຸມ.

ທ່ານ​ຈ່າງ​ເຕີ​ຈ່ຽງ​ແຈ້ງ​ໃຫ້​ຊາບ​ໃນ​ເວ​ລາ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ວ່າ: ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ມີ​ນາ​ນີ້, ຕອນ​ນີ້​ການ​ກະ​ກຽມດ້ານ​ຕ່າງໆ​ສຳ​ລັບ​ການ​ຈັດກອງ​ປະ​ຊຸມ​ໃຫຍ່​ມີ​ຄວາມ​ພ້ອມ​ຢ່າງ​ເຕັມ​ທີ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ