ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ​ຕ້ອງ​ຍຶດ​ໝັ້ນ​ຫຼາຍ​ພັກ​ຮ່ວມ​ມື​ກັນ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ເມືອງ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ
2018-03-05 10:30:44  cri 
ຕອນ​ບ່າຍ​ວັນ​ທີ 4 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຢ້ຽມ​ຢາມ​ສະ​ມາ​ຊິກສະ​ພາປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ຂຶ້ນ​ກັບພັກອົງການ​ສຳພັນ​ປະຊາທິປະ​ໄຕ​ຈີນ,ພັກ​ຈື້​ກົ່ງ​ຈີນ, ບຸກ​ຄົນ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ, ​ສະ​ຫະ​ພັນ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ກັບ​ຄືນ​ປະ​ເທດ ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຊຸດ​ທີ 13 ທັງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ເພື່ອ​ຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ສະຫາຍ​ເຫຼົ່າ​ນີ້. ທ່ານ​ສີ​ຈິ້ນ​ຜິງກ່າວ​ເນັ້ນ​ວ່າ: ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່ ເຊິ່ງ​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ປັບ​ປຸງ​ແລະ​ເສີມ​ຂະ​ຫຍາຍ​ລະ​ບ​ອບຫຼາຍ​ພັກ​ຮ່ວມ​ມື​ກັນ​ແລະ​ປຶກ​ສາ​ການ​ເມືອງ​ທີ່​ນຳ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ໝັ້ນ​ຄົງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ພິ​ເສດ​ຂອງ​ການ​ຮ່ວມ​ມືຫຼາຍ​ພັກ, ພັດ​ທະ​ນາ​ການເມືອງ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ, ສາ​ມັກ​ຄີ​ສູ້​ຊົນ​ເພື່ອ​ຍາດ​ເອົາ​ໄຊ​ຊະ​ນະ​ແຫ່ງ​ການ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ໃນ​ໄລ​ຍະ​ສຸດ​ທ້າຍ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ. ບັນ​ດາ​ພັກ​ປະ​ຊາ​ທິ​ປະ​ໄຕ,ບຸກ​ຄົນ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍໃດ​ທົ່ວ​ປະ​ເທດ​ຄວນ​ເພີ່ມ​​ທະ​ວີ " 4 ຄວາມໝັ້ນ​ໃຈ​ຕົນ​ເອງ" :ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງດ້ານເສັ້ນ​ທາງ, ດ້ານທິດ​ສະ​ດີ, ດ້ານ​ລະ​ບອບ ແລ​ະ​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ດ້ານ​ວັດ​ທະ​ນະ​ທຳ. ເພີ່ມ​ທະ​ວີຫຼັກ​ໝັ້ນ​ການ​ເມືອງ, ຕັ້ງ​ໜ້າ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ, ສະ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຢ່າງກວ້າງ​ຂວາງ, ເພື່ອ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ ສູ້​ຊົນສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​​ໃນໄລ​ຍະສຸ​ດ​ທ້າຍ​​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ