ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຈະ​ສົ່ງ​ຄະ​ນະ​ທູດ​ພິ​ເສດ​ຢ້ຽມ​ຢາມ​ສ​ປ​ປ​ເກົາ​ຫຼີ
2018-03-05 11:20:00  cri 

ວັນ​ທີ4 ມີ​ນາ​ນີ້, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ປະ​ກາດ​ວ່າ, ທ່ານ​ມູນ​​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຈະ​ສົ່ງ​ຄະ​ນະ​ທູດ​ພິ​ເສດ​ຢ້ຽມ​ຢ​າມ​ສ​ປ​ປ​ເກົ​າ​ຫຼີ​ເປັນ​ເວ​ລາ 2 ມື້​ແຕ່​ວັນ​ທີ 5 ມີ​ນາ​ນີ້.

ທ່ານຢູນ​ຢົງຈັນ ຫວົ​ໜ້າ​ເລ​ຂາ​ທິ​ການ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຊົງ​ວາ​ເດ​ສ.ເກົາ​ຫຼີ​ກ່າວ​ວ່າ, ​ຄະ​ນະທູດ​ພິ​ເສດ​ຈະ​ຢ້ຽມ​ຢາມ​ພຽງ​ຢາງ ນະ​ຄອນ​ຫຼວງ​ສ​ປ​ປ​ເກົາ​ຫຼີ. ໃນ​ໄລ​ຍະ​ຢ້ຽມ​ຢາມ​ສ​ປ​ປ​ເກົາ​ຫຼີ, ​ຄະ​ນະທູດ​ພິ​ເສດ​ຈະ​ສົນ​ທະ​ນາ​ກັບ​ເຈົ້າ​ໜ້າ​ທີ່​​ລະ​ດັບ​ສູງ​ຂອງ​ສປ​ປ​ເກົາ​ຫຼີ​ກ່ຽວ​ກັບ​​ການຊຸກ​ຍູ້​ສັນ​ຕິ​ພາບ​ຂອງ​ແຫຼມ​ເກົາ​ຫຼີ, ​ປັບ​ປຸງ​ກາ​ນ​ພົວ​ພັນ​ເໜືອ​ໃຕ້​ໃຫ້​ດີ​ຂຶ້ນ, ໂດຍ​ສະ​ເພາະ​ຈະ​​ປຶກ​ສາກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ​​ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​​ດຳ​ເນີນ​ການ​ສົນ​ທະ​ນາ​ລະ​ຫວ່າງ​ສ​ປ​ປ​ເກົ​າ​ຫຼີ​ກັບ​ອາ​ເມ​ລິ​ກາ​ທີ່​ຖື​ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນິວ​ເຄຼຍ​ເປັນ​ເປົ້າ​ໝາຍ, ຊຸກ​ຍູ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ເໜືອ​ໃຕ້​ດໍ​ເ​ປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ