ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​​ໃໝ່ໄຂ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ
2018-03-05 09:55:07  cri 

ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ​ໄຂ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ ​ໃນ​ຕອນ​ເຊົ້າວັນ​ທີ 5 ມີນາ​ນີ້ ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ພ້ອມດ້ວ​ຍຜູ້ນຳ​ພັກ​ແລະ​ລັດ​ທ່ານອື່ນໆ ເຂົ້າຮ່ວມ.

ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ຂຶ້ນຜ່ານ​ບົດ​ລາຍ​ງານ​ວຽກ​ງາ​ນລັດຖະບານ​ຕໍ່​ກອງ​ປະຊຸມ ​​ແລະທ່ານ​ຫວາງ​ເສີນ ຮອງ​ປະທານ​ ທັງ​ເປັນ​ເລຂາທິການ​ໃຫຍ່ຄະນະ​ປະຈຳສະພາປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12 ​ໄດ້​ຕາງໜ້າ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຂຶ້ນສະ​ເໜີ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຕໍ່​ກອງ​ປະຊຸມ.

ນີ້​ແມ່ນອົງການ​ອຳນາດ​ສູງ​ສຸດ​ຈີນ​ຊຸດ​ໃໝ່​ໄຂ​ກອງ​ປະຊຸມ​ເປັນຄັ້ງທຳ​ອິດຫຼັງກອງ​ປະຊຸມ​ຜູ້​ແທນທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນຄັ້ງທີ 19. ຕາມ​ວາລະ​ກອງ​ປະຊຸມ, ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດຊຸດ​ທີ 13 ນອກຈາກ​ຈະ​ຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ, ບົດ​ລາຍ​ງານ​ວຽກ​ງານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ບົດ​ລາຍ​ງານ​ວຽກ​ງານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ບົດ​ລາຍ​ງານ​ວຽກ​ງານ​​ໄອ​ຍະການ​ປະຊາຊົນ​ສູງ​ສຸດ​ແລ້ວ, ຍັງ​ຈະ​ຄົ້ນຄວ້າ​ພິຈາລະນາ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ຮ່າງ​ກົດໝາຍວ່າ​ດ້ວຍ​ກາ​ນກວດກາ​ລັດຖະບານ ພ້ອມ​ດ້ວຍ​ແຜນການ​ປະຕິ​ຮູບ​ອົງການ​ລັດຖະບານ ​ແລະ​ອື່ນໆ ທັງ​ເລືອກ​ຕັ້ງ ​ແລະ ​ຕົກລົງແຕ່ງຕັ້ງ​ຜູ້ນຳ​ອົງການ​ລັດຖະບານຊຸດ​ໃໝ່​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ