ປະລິມານ​ລົດ​ໃຊ້​ພະລັງງານ​ໃໝ່​ຂອງ​ຈີນ​ໃນ​ປັດຈຸບັນ​ມີເກືອບ 2 ລ້ານ​ຄັນ
2018-03-05 15:59:33  cri 

ຕາມ​ຂ່າວ ​CRI: ທ່ານ​ໝຽວ​ເຫວີຍ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໃນ​ວັນ​ທີ 5 ມີນາ​ນີ້​ຢູ່ "ຊ່ອງ​ທາງ​ລັດຖະມົນຕີ" ຂະນະ​ເຂົ້າຮ່ວມ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ປີ 2018 ວ່າ: ປັດຈຸບັນ, ປະລິມານລົດ​ໃຊ້​ພະລັງງານ​ໃໝ່​ຂອງ​ຈີນມີ​ເຖິງ 1.800.000 ຄັນ​ແລ້ວ.

ທ່ານໝຽວ​ເຫວີຍ ກ່າວ​ວ່າ: ປັດຈຸບັນ, ມີບັນດາ​ປະ​ເທດ​​ໄດ້​ປະກາດ​ເລີ່​ມຢຸດຕິ​ການຈຳໜ່າຍ​ລົດ​ໃຊ້​ນ້ຳມັນນັບ​ມື້​ນັບຫຼາຍຂຶ້ນ​ ​ແລະ​ຄຽງ​ຄູ່​ກັບ​ເຕັກນິກ​ພະລັງງານ​ໃໝ່​ມີ​ຄວາມ​ກ້າວໜ້າ, ລົດ​​ໃຊ້ພະລັງງານ​ໃໝ່​ກໍ​ມີປະສິດທິ​ຜົນ​ດ້ານ​ການ​ປະຢັດ​ພະລັງງານ​ແລະຫຼຸດຜ່ອນ​ການ​ລະບາຍມົນ​ລະ​ພິດນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ. ​ເຊື່ອ​ວ່າ ຄຽງ​ຄູ່​ກັບ​ຄວາມ​ກ້າວໜ້າ​ຂອງ​ເຕັກນິກ ​ແລະ ການ​ສ້າງ​​ເຄື່ອງສາກ​ໄຟ​ຂອງ​ລົດນັບ​ມື້ຫຼາຍຂຶ້ນ ການ​ພັດທະນາ​ລົດ​ໃຊ້​ພະລັງງານ​ໃໝ່​ໃນ​ຕໍ່ໜ້າ​ກໍ​ຈະ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ເຊັ່ນ​ກັນ.

ກ່ອນ​ໜ້າ​ນີ້, ຈີນ​ໄດ້​ສ້າງຕັ້ງສູນ​ປະດິດ​ສ້າງ​ເຕັກນິກ​ລົດ​ໃຊ້​ພະລັງງານ​ໃໝ່​ແຫ່ງ​ຊາດ​ຢູ່​ນະຄອນຫຼວງປັກ​ກິ່ງ ​ໂດຍ​ຈະ​ໂຮມ​ສູນ​ກຳລັງ​ພາຍ​ໃນ​ແລະ​​ຕ່າງປະ​ເທດ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ການ​ແຂ່ງຂັນ​ທີ່​ເປັນໃຈກາງ​ໃນ​ອຸດສາຫະກຳ​ລົດ​​ໃຊ້​ພະລັງງານ​ໃໝ່ຂອງ​ຈີນ ​ແລະ ພະຍາຍາມ​ສ້າງ​​ໃຫ້ເປັນ​ສູນ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຊີ​ລົດ​ໃຊ້​ພະລັງງານ​ໃໝ່​ລະດັບ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ