ບົດລາຍງານວຽກງານລັດຖະບານ-ພາກ​ທີ 1
2018-03-05 09:07:39  cri 

ບັນດາຜູ້ແທນ:

ຕໍ່ໄປ ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນ, ຜ່ານບົດລາຍງານວຽກງານຂອງລັດ ຖະບານໃນ 5 ປີທີ່ຜ່ານມາ ແລະໃຫ້
ຂໍ້ສະເໜີກ່ຽວ​ກັບວຽກງານໃນປີນີ້, ຂໍເຊີນບັນດາຜູ້ ແທນ​ຄົ້ນ​ຄວ້າພິຈາລະນາ ແລະຂໍຄຳເຫັນນຳບັນດາ​ສະ​ມາ​ຊິກສະພາ
ປຶກສາການເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ.

ໜຶ່ງ: ຫວນຄືນວຽກງານໃນ 5 ປີທີ່ຜ່ານມາ

ຕະຫຼອດໄລຍະ 5 ນັບແຕ່ໄຂກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນຄັ້ງທີ 1 ຊຸດທີ 12 ເປັນຕົ້ນມາ ຖືເປັນ
5 ປີ ທີ່ບໍ່ທຳມະດາທີ່​ສຸດໃນຂະບວນການພັດທະນາຂອງປະເທດ​ພວກ​ເຮົາ. ໂດຍຢູ່ຕໍ່ໜ້າສະຖານະການພາຍໃນແລະ
ຕ່າງປະເທດທີ່ສັບ​ສົນ​ທີ່​ສຸດ, ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນກາງ ໄດ້ສາມັກຄີ ແລະນຳພາ
ປະຊາຊົນບັນດາເຜົ່າໃນທົ່ວປະເທດບາກບັ່ນສູ້ຊົນກ້າວໄປໜ້າ, ຊຸກຍູ້ການຈັດວາງ ລວມທີ່ໂຮມ 5 ດ້ານເປັນເອກະ
ພາບກັນ, ຊຸກຍູ້ການ​ຈັດ​ວາງ​ທາງຍຸດທະສາດ 4 ຮອບດ້ານ ເຮັດໃຫ້ການປະຕິຮູບ ໄຂປະຕູສູ່ພາຍນອກ ແລະການ
ສ້າງສາສັງຄົມນິຍົມທັນສະໄໝໄດ້ສ້າງສະພາບການໃໝ່ຢ່າງຮອບດ້ານ. ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກ ໄດ້ກຳ
ນົດຖານະປະຫວັດສາດຂອງແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ໄດ້ວາງແຜນ
ວາດ ແລະໂຄງການດຳເນີນງານແຫ່ງການສ້າງ​ສັງ​ຄົມ​ທີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ໃນ​ໄລ​ຍະ​ສຸດ​ທ້າຍ
ແລະ ຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ມີຄວາມໝາຍຕົວຈິງອັນສຳ
ຄັນ ແລະມີຄວາມສາມາດດ້ານປະຫວັດສາດທີ່ເລິກເຊິ່ງຍາວນານ. ທ້ອງຖິ່ນຕ່າງໆ ແລະພາກສ່ວນຕ່າງໆ ໄດ້ເພີ່ມທະ
ວີສະຕິດ້ານການເມືອງ, ສະຕິຕໍ່ສະພາບລວມ, ສະຕິແກນກາງ ແລະສະຕິເປັນເອກະພາບກັນກັບສູນກາງຕື່ມອີກ, ລົງ
ເລິກຜັນຂະຫຍາຍທັດສະນະພັດທະນາອັນໃໝ່, ແຜນການພັດທະນາ 5 ປີຄັ້ງທີ 12 ໄດ້ສຳເລັດລົງຢ່າງໄດ້ຮັບຜົນ
ເຕັມເມັດເຕັມໜ່ວຍ, ແຜນການພັດທະນາ 5 ປີຄັ້ງທີ 13 ພວມດຳເນີນໄປຢ່າງສະດວກ, ການພັດທະນາເສດຖະກິດ
ສັງຄົມໄດ້ຮັບໝາກຜົນຄັ້ງປະຫວັດສາດ ແລະເກີດມີການປ່ຽນແປງຄັ້ງປະຫວັດສາດ.

ຕະຫຼອດໄລຍະ 5 ປີມານີ້, ກຳລັງຕົວຈິງດ້ານເສດຖະກິດໄດ້ຂຶ້ນສູ່ລະດັບໃໝ່. ລວມຍອດຜະລິດຕະພັນພາຍໃນ ໄດ້
ຈາກ 54000 ຕື້ຢວນເພີ່ມຂຶ້ນເປັນ 82700 ຕື້ຢວນ, ສະເລ່ຍແລ້ວເພີ່ມຂຶ້ນ 7,1% ຕໍ່ປີ, ມາດຕາສ່ວນກວມເສດຖະ
ກິດໂລກໄດ້ຈາກ 11,4% ຂຶ້ນເຖິງ​ປະ​ມານ 15%, ອັດຕາປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກ ໄດ້
ຫຼາຍກວ່າ 30%. ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນ 1,9% ຕໍ່ປີ ອັນໄດ້ຮັກສາລະດັບອ່າວຕ່ຳ. ການ
ປະກອບອາຊີບໃນຕົວເມືອງທີ່ເພີ່ມໃໝ່ບັນລຸຫຼາຍກວ່າ 66 ລ້ານຄົນ, ເຮັດໃຫ້ປະເທດໃຫຍ່ທີ່ມີ 1 ຕື້ 300 ກວ່າລ້ານ
ຄົນໄດ້ບັນລຸການປະກອບອາຊີບຢ່າງເຕັມສ່ວນສົມ​ຄວນ.

ຕະຫຼອດໄລຍະ 5 ປີມານີ້, ອົງປະກອບເສດຖະກິດໄດ້ເກີດມີການປ່ຽນແປງຢ່າງ​ໃຫຍ່ຫຼວງ, ອັດຕາປະກອບສ່ວນ​ຂອງ
ການບໍລິໂພກໄດ້ຈາກ 54,9% ຍົກສູງເຖິງ 58,8%, ອັດຕາຂະແໜງການບໍລິການຈາກ 45,3% ຂຶ້ນເຖິງ
51,6%, ກາຍເປັນກຳ​ລັງຫຼັກໃນການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດຖະກິດ. ການຜະລິດທັນຍາຫານບັນລຸ 600 ຕື້ກິໂລ.
ອັດຕາ​ການ​ຫັນ​ເປັນຕົວເມືອງໄດ້ຈາກ 52,6% ຂຶ້ນເຖິງ 58,5%, ປະຊາຊົນທີ່ເຮັດວຽກກ່ຽວກັບກະສິກຳ 80 ລ້ານ
ກວ່າຄົນໄດ້ກາຍເປັນປະຊາຊົນໃນຕົວເມືອງ.

ຕະຫຼອດໄລຍະ 5 ປີມານີ້, ການຊຸກຍູ້ການພັດທະນາດ້ວຍການປະດິດສ້າງໃໝ່ໄດ້ຮັບໝາກຜົນຢ່າງອຸດົມສົມບຸນ. ການ
ລົງທຶນໃນດ້ານການຄົ້ນຄວ້າຂອງທົ່ວສັງຄົມ ໄດ້ເພີ່ມຂຶ້ນ 11% ຕໍ່ປີ, ເປັນອັນ​ດັບທີ 2 ໃນໂລກ. ອັດຕາປະກອບສ່ວນ
ຂອງຄວາມກ້າວໜ້າດ້ານວິທະຍາສາດເຕັກນິກໄດ້ຈາກ 52,2% ຂຶ້ນເຖິງ 57,5%. ການບິນອະວະກາດບັນທຸກຄົນ,
ການຢັ່ງແທກທະເລເລິກ, ການສື່​ສານກວນຕຸມ, ການຜະລິດຍົນຂະໜາດໃຫຍ່ ແລະໝາກຜົນການປະດິດສ້າງໃໝ່ອື່ນໆ
ກຳເນີດຂຶ້ນຢ່າງບໍ່ຂາດສາຍ. ເຄືອຂ່າຍທາງລົດໄຟຄວາມໄວສູງ, ການຄ້າເອເລັກໂຕຼນິກ, ການຈັບຈ່າຍຜ່ານ​ໂທ​ລະ​ສັບມື
ຖື, ເສດຖະກິດຮ່ວມຊົມໃຊ້ແລະອື່ນໆ ກໍ່ໄດ້ນຳໜ້າໂລກ. "ອິນເຕີເນັດ+" ໄດ້ເຊື່ອມໂຍງເຂົ້າສູ່ທຸກໆຂະ ແໜງການ.
ທົ່ວປວງຊົນປະ​ກອບ​ທຸລະກິດ, ປະ​ຊາ​ຊົນມີການປະດິດສ້າງໃໝ່, ວິສາຫະກິດທີ່ສ້າງຕັ້ງໃໝ່ນັ້ນໄດ້ຈາກ 5 ພັນກວ່າແຫ່ງ
ເພີ່ມຂຶ້ນເຖິງ 16 ພັນກວ່າແຫ່ງຕໍ່ມື້. ກຳລັງແຮງທີ່ກຳເນີດເກີດຂຶ້ນໃໝ່ຢ່າງວ່ອງໄວນັ້ນ ພວມສ້າງສະຖານະການເຕີບໂຕ
ທາງເສດ ຖະກິດອັນໃໝ່, ປ່ຽນແປງວິຖີດຳ​ລົງຊີວິດແລະການຜະລິດຢ່າງເລິກເຊິງ ອັນໄດ້ກາຍເປັນສັນຍະ​ລັກໃໝ່ແຫ່ງ
ການພັດທະນາດ້ວຍການປະດິດສ້າງຂອງຈີນ.

ຕະຫຼອດໄລຍະ 5 ປີມານີ້,   ຊີວິດການເປັນຢູ່ຂອງປະຊາຊົນຈີນ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນ. ການແກ້ໄຂຂໍ້ຍາກໃນ
ການຫຼຸດຜ່ອນຄວາມທຸກຍາກ ໄດ້ຮັບຄວາມຄືບໜ້າທີ່ສຳຄັນ, ຈຳນວນປະຊາຊົນຜູ້ທຸກຍາກຫຼຸດໜ້ອຍລົງ 68 ລ້ານກວ່າ
ຄົນ, ໄດ້ຍົກຍ້າຍປະຊາຊົນຜູ້ທຸກຍາກໄປພັດທະນາຢູ່ບ່ອນອື່ນຈຳນວນ 8 ລ້ານ 3 ແສນຄົນ, ອັດຕາທຸກຍາກໄດ້ຈາກ
10,2% ຫຼຸດລົງເຖິງ 3,1%. ລາຍຮັບຂອງປະຊາຊົນເພີ່ມຂຶ້ນ 7,4% ຕໍ່ປີ, ສູງກວ່າການເຕີບໂຕຂອງເສດຖະກິດ,
ຈໍ່ຕົວເປັນກຸ່ມຄົນລາຍໄດ້ຜ້ານກາງທີ່ມີຈຳນວນຄົນຫຼາຍທີ່ສຸດໃນໂລກ. ຈຳນວນຄົນທີ່ໄປທ່ຽວຢູ່ຕ່າງປະເທດໄດ້ຈາກ 83
ລ້ານຂຶ້ນເປັນ 130 ລ້ານກວ່າຄົນ. ການປະກັນໄພລ້ຽງຜູ້ເຖົ້າຊະລາທາງສັງຄົມ ໄດ້ປົກຫຸ້ມໄປເຖິງ 900 ລ້ານກວ່າ
ຄົນ, ການປະກັນໄພປິ່ນປົວພະຍາດພື້ນຖານໄດ້ປົກຫຸ້ມໄປເຖິງ 1 ຕື້ 350 ລ້ານຄົນ, ອັນໄດ້ສ້າງເປັນຕາໜ່າງປະກັນ
ສັງຄົມທີ່ໃຫຍ່ທີ່ສຸດໃນໂລກ. ອາຍຸສະເລ່ຍຕໍ່ຫົວຄົນບັນລຸ 76,7 ປີ.

ຕະຫຼອດໄລຍະ 5 ປີ, ສະພາບການສິ່ງແວດລ້ອມທຳ​ມະ​ຊາດດີຂຶ້ນເປັນກ້າວໆ, ປະລິມານສິ້ນເປືອງພະລັງງານ ແລະນ້ຳ
ຕາມແຕ່ລະຫົວໜ່ວຍ GDP ໄດ້ຫຼຸດລົງຫຼາຍກວ່າ 20% , ປະລິມານການລະບາຍສິ່ງມົນລະພິດສືບຕໍ່ຫຼຸດໜ້ອຍລົງ, ຈຳ
ນວນມື້ທີ່​ອາ​ກາດມົນລະພິດຢ່າງໜັກໜ່ວງຂອງຕົວເມືອງສຳຄັນ ໄດ້ຫຼຸດລົງເຄິ່ງໜຶ່ງ, ເນື້ອທີ່ປ່າໄມ້ເພີ່ມຂຶ້ນເກືອບ 19 ລ້ານ
ເຮັກຕາ, ເນື້ອທີ່ດິນທີ່ຫັນເປັນທະເລຊາຍຫຼຸດໜ້ອຍລົງເກືອບ 2 ພັນກິໂລຕາແມັດ, ການພັດທະນາແບບອະນຸລັກສິ່ງແວດ
ລ້ອມໄດ້ເກີດມີສະພາບການທີ່ໜ້າຊົມຊື່ນ.

ໃນປີ 2017 ທີ່ຫາກໍ່ຜ່ານໄປ, ໜ້າທີ່ເປົ້າໝາຍຕົ້ນຕໍໃນການພັດທະນາເສດຖະກິດ ສັງຄົມໄດ້ສຳເລັດຢ່າງຮອບດ້ານ ແລະ
ໄດ້ຮັບຜົນທີ່ດີກວ່າການຄາດໄວ້. ອັດຕາເຕີບໂຕ ຂອງ GDP ບັນລຸ 6,9%, ລາຍຮັບຂອງປະຊາຊົນເພີ່ມຂຶ້ນ 7,3%
ເຊິ່ງລ້ວນແຕ່ສູງກວ່າປີ 2016; ການປະກອບອາຊີບທີ່ເພີ່ມໃໝ່ໃນຕົວເມືອງບັນລຸ 13 ລ້ານ 5 ແສນ 1 ໝື່ນຄົນ, ອັດ
ຕາວ່າງງານຕ່ຳກວ່າຫຼາຍປີທີ່ຜ່ນມາ; ຄວາມໄວການເຕີບໂຕຂອງອຸສາຫະກຳສູງຂຶ້ນ, ກຳໄລຂອງວິສາຫະກິດເພີ່ມຂຶ້ນ
21%; ລາຍໄດ້ດ້ານການເງິນເພີ່ມຂຶ້ນ 7,4%, ອັນໄດ້ປ່ຽນແປງສະພາບການທີ່ຄວາມໄວເຕີບໂຕຊ້າລົງ; ການຄ້າຂາ
ເຂົ້າຂາອອກເພີ່ມຂຶ້ນ 14,2%, ນຳໃຊ້ທຶນຕ່າງປະເທດໃນຕົວເມືອງບັນລຸ 136 ຕື້ 300 ລ້ານໂດລາສະຫະລັດ, ສ້າງ
ສະຖິຕິສູງສຸດໃນປະຫວັດສາດ. ການພັດທະນາຂອງເສດຖະກິດ ໄດ້ເກີດມີສະພາບການທີ່ການເຕີບໂຕ ກັບຄຸນນະພາບ,
ອົງປະກອບ ແລະປະສິດທິຜົນໄປພ້ອມກັນ.

ຜົນງານຮອບດ້ານທີ່ມີລັກສະນະສ້າງສັນ ແລະການປ່ຽນແປງຢ່າງເລິກເຊິ່ງ ທີ່ໄດ້ຮັບໃນ 5 ປີທີ່ຜ່ານມາ ເຮັດໃຫ້ທົ່ວໂລກ
ໃຫ້ຄວາມສົນໃຈ, ທັງເຮັດໃຫ້ປະຊາຊົນບັນດາ ເຜົ່າໃນທົ່ວປະເທດຈີນຮູ້ສຶກມີ​ກຳ​ລັງ​ໃຈ ແລະພາກພູມໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ