ບົດລາຍງານວຽກງານລັດຖະບານ-ພາກ​ທີ 2
2018-03-05 09:23:58  cri 
ໃນ 5 ປີມານີ້, ພວກເຮົາໄດ້ຕັ້ງໜ້າປະຕິບັດຕາມການຕັດສິນແລະຈັດວາງຂອງສູນກາງພັກທີ່ມີສະຫາຍສີຈິ້ນຜິງເປັນ
ແກນກາງ, ຕົ້ນຕໍໄດ້ເຮັດວຽກຄືດັ່ງນີ້:

1/ ຍຶດໝັ້ນຫຼັກການລວມຂອງວຽກງານທີ່ຮັກສາຄວາມກ້າວໄປໜ້າຢ່າງໜັກແໜ້ນ, ໄດ້ບັນລຸການພັດທະນາໄປທາງດີ
ໃນທ່າມກາງຄວາມໝັ້ນທ່ຽງ. ຜ່ານຈາກຄວາມພະຍາ ຍາມອັນແສນລຳບາກ, ພວກເຮົາໄດ້ທົນຕໍ່ແຮງກົດດັນຂອງເສດ
ຖະກິດທີ່ຕົກຕ່ຳລົງ, ແລະໄດ້ຫຼີກເວັ້ນບໍ່ໃຫ້ເສດຖະກິດຕ່ຳລົງແບບກະທັນຫັນ, ເຮັດໃຫ້ເສດຖະກິດເຕີບໂຕໃນລະດັບ
ກາງ​ແລະຂ້ອນຂ້າງສູງ, ຊຸກຍູ້ການ​ປັບ​ປຸງອົງປະກອບເສດຖະກິດ​ໃຫ້​ດີ​ຂຶ້ນ, ສະພາບການເສດຖະກິດໄປສູ່ທາງດີເປັນ
ເວລາດົນນານນັ້ນ ໄດ້ຮັບການບູ​ລະ​ນະ ແລະພັດທະນາເລື້ອຍໆ.

ຍຶດໝັ້ນປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າ ແລະນະໂຍບາຍເງິນຕາທີ່ໜັກແໜ້ນ. ໄດ້ສິ້ນສຸດປະຫວັດສາດທີ່ເກັບ
ເອົາອາ​ກອນທຸລະກິດທີ່ດຳເນີນມາເປັນເວລາ 66 ປີ, ລວມ ເຂົ້າກັນແລ້ວ ໄດ້ຫຼຸດອາ​ກອນຫຼາຍກວ່າ 2000 ຕື້ຢວນ.
ໄດ້ປັບປຸງອົງປະກອບລາຍຈ່າຍທາງການເງິນ, ເຮັດໃຫ້ຂຸມການເງິນຖືກຄວບຄຸມໄວ້ຢູ່ພາຍໃນລະດັບ 3% ຕະຫຼອດ​
ມາ. ໄດ້ປະຕິຮູບກົນໄກຫັນເປັນຕະຫຼາດຂອງອັດຕາແລກປ່ຽນເງິນຕາ​ຕ່າງ​ປະ​ເທດໃຫ້ຄົບຖ້ວນສົມບຸນ, ຮັກສາຄວາມ
ໝັ້ນທ່ຽງຂອງອັດຕາແລກປ່ຽນເງິນຢວນຈີນ, ລວມຍອດຄັງ​ສຳ​ຮອງເງິນຕາຕ່າງປະເທດ ໄດ້ເຊົາຫຼຸດລົງແລະເພີ່ມຫຼາຍ
ຂຶ້ນ. ໄດ້ສ້າງຕະຫຼາດການທະນາ ຄານໃຫ້ເປັນແບບສະບັບ, ປ້ອງກັນແລະແກ້ໄຂຄວາມສ່ຽງໃນຂົງເຂດຈຸດໜັກ, ອັນ
ໄດ້ປົກປັກຮັກສາຄວາມໝັ້ນຄົງຂອງເສດຖະກິດການເງິນແຫ່ງຊາດ.

2/ ຍຶດໝັ້ນຖືການປະຕິຮູບອົງປະກອບດ້ານ​ການສະໜອງເປັນຫຼັກ, ອອກແຮງບົ່ມ ສ້າງພະລັງແຮງອັນໃໝ່, ເຮັດໃຫ້
ອົງປະກອບເສດຖະກິດໄດ້ຮັບການຍົກລະດັບໃຫ້ດີຂຶ້ນຢ່າງວ່ອງໄວ. ອີງໃສ່ການປະຕິຮູບເພື່ອແກ້ໄຂບັນຫາຍາກທີ່
ເກີດຂຶ້ນໃນການພັດທະນາ ເສດຖະກິດກັບ​ອົງປະກອບຂາດ​ຄວາມດຸນດ່ຽງ, ອອກແຮງພັດທະນາຂະແໜງການທີ່ຈະ
ເລີນໃໝ່, ປັບ​ປຸງແລະຍົກລະດັບຂອງຂະແໜງການດັ້ງເດີມ, ຍົກຄຸນນະພາບແລະປະ ສິດທິພາບຂອງລະບົບການ
ສະໜອງໃຫ້ສູງຂຶ້ນ.

ໃນ 5 ປີມານີ້ ການເງິນສູນກາງໄດ້ຈັດວາງງົບ​ປະ​ມານສະເພາະຈຳນວນ 100 ຕື້ຢວນ, ຫຼຸດ​ຄວາມ​ສາ​ມາດການຜະ
ລິດເຫຼັກກ້າ 170 ລ້ານໂຕນ ແລະຖ່ານຫີນ 800 ລ້ານໂຕນ, ແລະຊ່ວຍພະນັກງານກຳມະກອນຈຳນວນ 1 ລ້ານ
1 ແສນກວ່າຄົນຊອກວຽກເຮັດໃໝ່. ໄດ້ມີການຊີ້ນຳທີ່ຕ່າງກັນ​ຕໍ່ຕົວເມືອງທີ່ຕ່າງກັນ, ເຮັດໃຫ້ລາຄາເຮືອນຢູ່ໃນເມືອງ
ທີ່ສຳຄັນໄດ້ຖືກຄວບຄຸມໄວ້.

ເລັ່ງລັດເຮັດໃຫ້ຄວາມສາມາດການຜະລິດແບບເກົ່າແລະໃໝ່ສືບຕໍ່ເຊື່ອມຈອດກັນ. ລົງເລິກດຳເນີນການເຄື່ອນໄຫວ
"ອິນເຕີເນັດ+", ດຳເນີນການຕິດຕາມຄຸ້ມ​ຄອງຢ່າງສຸ​ຂຸມ​ຮອບ​ຄອບ, ຊຸກຍູ້ການນຳໃຊ້ຂໍ້ມູນໃຫຍ່, ການຄິດໄລ່ຄລາວ
ແລະເຄືອ​ຂ່າຍ​ສິນ​ຄ້າຢ່າງກວ້າງຂວາງ, ເຮັດໃຫ້ຂະແໜງການທີ່ຈະເລີນໃໝ່ພັດທະນາຢ່າງຮຸ່ງເຮືອງ, ຂະແໜງ ການ
ດັ້ງເດີມໄດ້ຮັບການປັບປຸງຢ່າງໃຫຍ່. ປະຕິບັດແຜນການ "ຜະລິດໂດຍຈີນ 2025", ຊຸກຍູ້ໂຄງການໃຫຍ່ຕ່າງໆເຊັ່ນ
ສ້າງພື້ນຖານຂອງອຸດສາຫະກຳໃຫ້ໜັກແໜ້ນ, ການຜະ ລິດແບບສະມາດ, ການຜະລິດແບບອະນຸລັກສິ່ງແວດລ້ອມ
ແລະອື່ນໆ, ຊຸກຍູ້ຂະແໜງ ການຜະລິດທີ່ກ້າວໜ້າພັດທະນາຢ່າງວ່ອງໄວ. ປັບປຸງອົງປະກອບການລົງທຶນໃຫ້ດີຂຶ້ນ,
ສົ່ງເສີມການລົງທຶນຂອງເອກະຊົນ. ໄລຍະທາງຂອງທາງລົດໄຟຄວາມໄວສູງໄດ້ຈາກ 9 ພັນກວ່າກິໂລແມັດເພີ່ມຂຶ້ນ
ຮອດ 25 ພັນກິໂລແມັດ, ກວມ 2/3 ຂອງທົ່ວໂລກ, ໄລຍະທາງຂອງທາງດ່ວນຈາກ 96 ພັນກິໂລແມັດເພີ່ມຂຶ້ນ
ຮອດ 1 ແສນ 3 ໝື່ນ 6 ພັນກິໂລແມັດ, ສ້າງແລະປັບ​ປຸງເສັ້ນທາງໃນຊົນນະບົດ 1 ລ້ານ 2 ແສນ 7 ໝື່ນກິໂລ
ແມັດ, ສ້າງສະໜາມບິນພົນ​ລະ​ເຮືອນໃໝ່ 46 ແຫ່ງ, ເລີ່ມສ້າງໂຄງການຊົນລະປະທານທີ່ສຳຄັນ 122 ໂຄງການ,
ສຳເລັດການ​ປັບ​ປຸງຕາໜ່າງໄຟຟ້າຢູ່ຊົນນະບົດຮອບໃໝ່, ສ້າງສຳເລັດເຄືອຂ່າຍສາຍກວ້າງເຄື່ອນທີ່ທີ່ມີຂະໜາດໃຫຍ່
ທີ່ສຸດໃນໂລກ. ໃນ 5 ປີມານີ້, ກຳລັງແຮງອັນ ໃໝ່ທີ່ຊຸກຍູ້ການພັດທະນາ ໄດ້ເຕີບໂຕຢ່າງວ່ອງໄວ, ການເຕີບໂຕ
ທາງເສດຖະກິດໄດ້ຈາກການອີງອາໃສການລົງທຶນ ແລະ ຂາອອກ ຫັນມາເປັນອີງອາໃສການບໍລິໂພກ, ການລົງທຶນ
ແລະຂາອອກປະສົມປະສານກັນ, ໄດ້ຈາກການອີງອາໃສອຸດສາຫະກຳປ່ຽນມາເປັນອີງອາໃສຂະແໜງການບໍລິການ
ເຊິ່ງນີ້ແມ່ນການປ່ຽນແປງທີ່ມີລັກສະນະອົງປະ ກອບທີ່ສຳຄັນທີ່ສຸດ ທີ່ພວກເຮົາຄິດໄວ້ແຕ່ດົນ ແຕ່ຫາກບໍ່ໄດ້ເຮັດສຳ
ເລັດໃນຫຼາຍປີຜ່ານ ມາ.

ພວກເຮົາໄດ້ເລັ່ງລັດຫັນປ່ຽນບົດ​ບາດຂອງອົງການປົກ​ຄອງ, ຫຼຸດການຄຸ້ມຄອງບໍລິ ຫານໃນດ້ານຈຸນລະພາກ ແລະ
ການຄຸ້ມຄອງໂດຍກົງໃຫ້ໜ້ອຍລົງ, ສຸມໃສ່ການເພີ່ມທະວີການຄວບຄຸມດ້ານມະຫາພາກ, ການຕິດຕາມຕະຫຼາດແລະ
ໃຫ້ການບໍລິການສາທາລະ ນະ.

3/ ຍຶດໝັ້ນໃຫ້ການປະດິດສ້າງໃໝ່ນຳພາການພັດທະນາ, ອອກແຮງກະຕຸກຊຸກຍູ້ ການປະດິດສ້າງຂອງສັງຄົມ,
ຄວາມສາມາດການປະ​ດິດ​ສ້າງໂດຍລວມແລະປະສິດທິ ພາບ ຍົກສູງຂຶ້ນຢ່າງເດັ່ນຊັດ. ສະໜັບສະໜູນນະຄອນ
ຫຼວງປັກກິ່ງ ແລະກຳແພງນະ ຄອນຊຽງໄຮ ສ້າງສູນປະດິດສ້າງວິທະຍາສາດເຕັກນິກ, ສ້າງເຂດສາທິດປະດິດ
ສ້າງໂດຍຕົນເອງລະດັບຊາດ 14 ແຫ່ງ. ລົງເລິກດຳເນີນນະໂຍບາຍທີ່ໃຫ້ປະຊາຊົນປະ​ກອບ​ທຸລະກິດຂອງຕົນ
ເອງ, ສົ່ງເສີມການປະດິດສ້າງໃໝ່, ປະຕິບັດນະໂນຍບາຍສະໜັບສະໜູນ ໂດຍທົ່ວໄປ. ຈຳ​ນວນລິຂະສິດແບບ​ປະ
​ດິດ​ສ້າງ​ໃໝ່ທີ່​ບັງ​ເກີດ​ຜົນພາຍ​ໃນ​ປະ​ເທດ ໄດ້ເພີ່ມຂຶ້ນ 2 ເທົ່າ, ມູນຄ່າການຄ້າຂາຍດ້ານເຕັກນິກເພີ່ມຂຶ້ນ 1 ເທົ່າ,
ຈີນໄດ້ກາຍເປັນບ່ອນທີ່ໄດ້ຮັບຄວາມສົນໃຈໃນການສ້າງພາລະກິດ​ແລະປະດິດສ້າງໃໝ່ໃນທົ່ວໂລກ.

4/ ຍຶດໝັ້ນລົງເລິກການປະຕິຮູບຢ່າງຮອບດ້ານ, ອອກແຮງທັບມ້າງຂໍ້ບົກຜ່ອງດ້ານໂຄງ​ປະ​ກອບແລະກົນ​ໄກ, ເຮັດ
ໃຫ້ກຳລັງການພັດທະນາໄດ້ຮັບ​ການເພີ່ມທະວີຂຶ້ນຢ່າງ​ບໍ່​ຢຸດຢັ້ງ. ລັດວິສາຫະກິດມີປະສິທິຜົນດີຂຶ້ນຢ່າງເດັ່ນຊັດ, ກຳ
ໄລຂອງປີກາຍ​ນີ້ ເພີ່ມຂຶ້ນ 23,5%. ສ້າງລະບຽບການຈົດທະບຽນອະສັງຫາລິມະຊັບ. ສ້າງລະບຽບການປົກປ້ອງ
ສິດຊັບສິນໃຫ້ສົມ​ບູນ. ໄດ້ຢຸດ​ຕິລະບຽບການຄຸ້ມຄອງອັດຕາດອກເບ້ຍໂດຍ​ພື້ນ​ຖານ, ສ້າງລະບຽບການປະກັນໄພ
ເງິນອອມ​ສິນ. ສ້າງລະບຽບການ​ບຳ​ນານ ແລະປິ່ນປົວພະຍາດພື້ນຖານທີ່ຕົວເມືອງແລະຊົນນະບົດເປັນເອກະພາບ
ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ