ບົດລາຍງານວຽກງານລັດຖະບານ-ພາກ​ທີ 3
2018-03-05 09:34:12  cri 
5/ ຍຶດໝັ້ນການໄຂປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດ, ອອກແຮງບັນລຸການຮ່ວມມືແບບຕ່າງ​ຝ່າຍ​
ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ລະດັບເສດຖະກິດ ແບບໄຂປະຕູສູ່ພາຍນອກ ໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ. ສະ​
ເໜີ​ຂໍ້​ລິ​ເລີ່ມ ແລະຊຸກຍູ້ການສ້າງສາ "ໜຶ່ງແລວໜຶ່ງເສັ້ນທາງ", ລິເລີ່ມສ້າງທະນາຄານລົງທຶນພື້ນຖານໂຄງລ່າງ
ອາຊີ, ກອງທຶນເສັ້ນທາງສາຍໄໝ, ດຳເນີນການກໍ່ສ້າງໂຄງການຮ່ວມມືເສດຖະກິດການຄ້າ ໂຄງການເຊື່ອມຈອດ
ກັນທີ່ສຳຄັນ. ສ້າງເຂດທົດ​ລອງການຄ້າເອເລັກໂຕຼນິກຂ້າມຊາດ13 ແຫ່ງ, ລະ​ບຽບ​ການ"ປ່ອງ​ຢ້ຽມດຽວ"ດ້ານ
ການຄ້າສາກົນ ໄດ້​ຮັບ​ການ​ປະ​ຕິ​ບັດໃນທົ່ວປະເທດ, ເຮັດໃຫ້ເວລາຜ່ານດ່ານຂອງສິນຄ້າຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ,
ການຄ້າຂາອອກຂາເຂົ້າມີຄວາມໝັ້ນທ່ຽງເປັນຢ່າງດີ. ໄດ້ເພີ່ມທະວີການນຳເຂົ້າສະຕິປັນຍາ, ນັກວິຊາ ການຕ່າງປະ
ເທດທີ່ມາເຮັດວຽກຢູ່ຈີນ ເພີ່ມຂຶ້ນ 40%. ຊຸກຍູ້ການຮ່ວມມືດ້ານຄວາມສາມາດການຜະລິດສາກົນ, ເຮັດໃຫ້ອຸປະ
ກອນທາງລົດໄຟຄວາມໄວສູງ, ການຜະລິດໄຟຟ້າດ້ວຍພະລັງງານນິວເຄລຍຖືກເຜີຍແຜ່ໄປສູ່ທົ່ວໂລກ. ໄດ້ເຊັນສັນ​
ຍາການສ້າງ ແລະຍົກລະດັບການຄ້າເສລີ 8 ສະບັບ. ການເປີດກວ້າງການໄຂປະຕູຂອງຈີນ ໄດ້ຊຸກຍູ້ການພັດທະ
ນາຕົນເອງຢ່າງແຂງແຮງ ທັງນຳເອົາໂອກາດທີ່ສຳຄັນ​ມາ​ສູ່ທົ່ວໂລກ.

6/ ຍຶດໝັ້ນປະຕິບັດຍຸດທະສາດພັດທະນາ ຢ່າງກົມກຽວກັນລະຫວ່າງເຂດຕ່າງໆ ແລະການຫັນເປັນຕົວເມືອງແບບ
ໃໝ່. ອອກແຮງຊຸກຍູ້ໃຫ້ກໍ່ຕົວເປັນອົງປະກອບພັດທະ ນາແບບກ້ຳເກິ່ງກັນ. ວາງມາດຕະການປະຕິຮູບແລະປະດິດ
ສ້າງໃໝ່ ເພື່ອຊຸກຍູ້ການ ພັດທະນາພາກຕາເວັນຕົກ, ສ້າງພາກຕາເວັນອອກສຽງເໜືອໃຫ້ຈະເລີນ, ໃຫ້ພາກກາງພັດ
​ທະ​ນາຂຶ້ນ ແລະໃຫ້ພາກຕາເວັນອອກພັດທະນາກ່ອນໃໝ່. ຕົວເມືອງສ່ວນຫຼາຍໄດ້ຜ່ອນຄາຍການຈຳກັດກ່ຽວກັບການ
ຍ້າຍສຳມະໂນຄົວເຂົ້າ, ໄດ້ປະຕິບັດລະບຽບການຮ້ອງຂໍບັດການ​ຢູ່ຢ່າງຮອບດ້ານ, ການບໍລິການສາທາລະນະພື້ນ
ຖານໃນຕົວເມືອງເປີດກວ້າງໄປສູ່ປະຊາຊົນທີ່​ຢູ່​ປະ​ຈຳ. ການພັດທະນາຂອງຕົວເມືອງແລະ ຊົນນະບົດຢ່າງປະສານ
ສົມທົບກັນໄດ້ເພີ່ມທະວີຂຶ້ນຢ່າງ​ພົ້ນ​ເດັ່ນ.

7/ ຍຶດຖືແນວຄິດພັດທະນາທີ່ຖືປະຊາຊົນເປັນໃຈກາງ, ອອກແຮງຄ້ຳປະກັນແລະປັບປຸງຊີວິດການເປັນຢູ່ຂອງ​ປະ​ຊາ
​ຊົນໃຫ້ດີຂຶ້ນ, ປະຊາຊົນມີຄວາມຮູ້ສຶກໃນການໄດ້ຮັບຜົນ​ປະ​ໂຫຍດນັ້ນເພີ່ມຂຶ້ນຢ່າງ​ບໍ່​ຢຸດຢັ້ງ. ໃນ 5 ປີມານີ້ການເງິນ
ສູນກາງໄດ້ໃຊ້ງົບຫຼຸດຜ່ອນຄວາມທຸກຍາກຈຳນວນ 280 ຕື້ກວ່າຢວນ. ຄ່າໃຊ້ຈ່າຍດ້ານການສຶກສາໃນການເງິນ
ກວມຫຼາຍກວ່າ 4% ຂອງ​ລວມຍອດຜະລິດຕະພັນພາຍໃນ​ຢ່າ​ງ​ຕໍ່​ເນື່ອງ. ເລີ່ມການສ້າງສາມະຫາວິທະຍາໄລອັນດັບ
ໜຶ່ງ ແລະວິຊາສະເພາະອັນດັບໜຶ່ງໃນໂລກ. ຍົກສູງມາດຖານຄ່າປະກັນຊີ​ວິດຕ່ຳສຸດ, ສ້າງລະບຽບການຊ່ວຍເຫຼືອ
ທາງສັງຄົມໃຫ້ຄົບຖ້ວນ, ປະຊາຊົນຜູ້ທີ່ຮັບຄ່າປະກັນຊີ​ວິດ​ຕ່ຳສຸດ ແລະຜູ້ທຸກຍາກເກືອບ 60 ລ້ານຄົນໄດ້ຮັບການ
ຮັບປະກັນດ້ານຊີວິດການເປັນຢູ່ພື້ນຖານ.

8/ ຍຶດໝັ້ນໃຫ້ຄົນກັບທຳມະຊາດພັດທະນາຢ່າງກົມກຽວກັນ, ອອກແຮງແກ້​ໄຂມົນລະພິດສິ່ງແວດລ້ອມ, ການສ້າງ
ສາອາ​ລະ​ຍະ​ທຳ​ທາງ​ນິ​ເວດ ໄດ້ຮັບຜົນງານຢ່າງເດັ່ນຊັດ. ສ້າງທັດສະນະທີ່ນ້ຳໃສຜູ້ຂຽວກໍ່ຄືເງິນຄຳ. ແກ້​ໄຂ​ສະ​ພາບ
ການມົນລະພິດອາກາດ, ຊຸກຍູ້ໃຫ້ຂະແໜງການຈຸດ​ໜັກປະຢັດພະລັງງານແລະຫຼຸດການລະບາຍມົນລະພິດ, ໜ່ວຍ
ຈັກຜະລິດໄຟຟ້າດ້ວຍພະລັງງານຖ່ານຫີນ 71% ບັນລຸການລະບາຍມົນລະພິດໃນລະດັບຕ່ຳສຸດ, ອັດຕາການບໍລິ
ໂພກຖ່ານຫິນ ຫຼຸດລົງ 8,1%, ການນຳໃຊ້ພະລັງງານສະອາດຍົກສູງ 6,3%. ການນຳໃຊ້ຢາ​ປາບ​ສັດ​ຕູ​ພືດ​ແລະ
ຝຸ່ນເຄມີບໍ່ມີການເພີ່ມຂຶ້ນ. ຕັ້ງໜ້າຊຸກຍູ້ການເຊັນ ແລະການບັງເກີດຜົນຂອງສັນຍາປາຣີ, ຈີນໄດ້ເສີມຂະຫຍາຍບົດ
ບາດສຳຄັນໃນການແກ້ໄຂບັນຫາການ​ປ່ຽນ​ແປງ​ຂອງ​ອາ​ກາດ​ທົ່ວໂລກ.

9/ ຍຶດໝັ້ນປະຕິບັດພາ​ລະ​ໜ້າ​ທີ່ຂອງລັດຖະບານ ຕາມກົດໝາຍຢ່າງຮອບດ້ານ, ອອກແຮງເພີ່ມທະວີແລະປະດິດ
ສ້າງວິທີຄຸ້ມຄອງສັງຄົມ, ເຮັດໃຫ້ສັງຄົມຮັກ​ສາຄວາມກົມກຽວກັນແລະ​ຄວາມໝັ້ນຄົງ. ໄດ້ນຳສະເໜີໃຫ້ຄະນະກຳ
ມະການປະຈຳສະພາປະຊາ ຊົນແຫ່ງຊາດຈີນສ້າງແລະດັດແກ້ກົດໝາຍ 95 ສະບັບ, ສ້າາງແລະດັດແກ້​ກົດ​ຂໍ້​
ກຳ​ນົດ​ທາງບໍລິຫານ 195 ສະບັບ, ດັດແກ້ຫຼືຍົກ​ເລີກ​ຂໍ້​ກຳ​ນົດຂອງພາກສ່ວນຕ່າງໆເປັນຈຳນວນຫຼວງຫຼາຍ.

ປະຕິບັດຕາມການຈັດວາງຂອງສູນກາງພັກກ່ຽວກັບການປົກຄອງພັກຢ່າງເຂັ້ມງວດຮອບດ້ານ, ເພີ່ມທະວີການສ້າງ
ສາການບໍລິຫານຢ່າງປອດໃສແລະແບບແຜນພັກ, ຕ້ານການສໍ້​ລາດ​ບັງຫຼວງ. ເດັດດ່ຽວ​ສືບ​ສວນ, ລົງ​ໂທດ ແລະ
​ແກ້​ໄຂ​ການ​ກະ​ທຳ​ທີ່ຜິດກົດໝາຍ​ຂໍ້​ກຳ​ນົດ, ລົງໂທດຜູ້ສໍ້​ລາດ​ບັງຫຼວງຢ່າງເຂັ້ມງວດ, ການຕໍ່ສູ້ຕ້ານການສໍ້​ລາດ​ບັງ
ຫຼວງ ໄດ້ມີທ່າອຽງເຜີຍແຜ່ສູ່ທົ່ວປະເທດຢ່າງກວ້າງຂວາງ ທັງ​ໄດ້​ຂະ​ຫຍາຍ​ຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ