ບົດລາຍງານວຽກງານລັດຖະບານ-ພາກ​ທີ 4
2018-03-05 09:41:38  cri 
ໃນ 5 ປີທີ່ຜ່ານມາ, ວຽກງານດ້ານຊົນເຜົ່າ, ສາສະໜາ ແລະຊາວຈີນຕ່າງດ້າວ ໄດ້ ກ້າວໄປໜ້າຢ່າງມີການປະດິດ
ສ້າງໃໝ່. ຊາວຈີນຕ່າງດ້າວ, ຊາວຈີນຕ່າງ​ດ້າວທີ່ໄດ້ກັບຄືນມາປະ​ເທດ​ຊາດ ພ້ອມ​ດ້ວຍ​ຄອບ​ຄົວ ໄດ້ປະກອບສ່ວນ
ເປັນພິເສດເຂົ້າໃນການສ້າງ ສາທັນສະໄໝຂອງປະເທດຊາດ .

ໃນ 5 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງສູນກາງພັກ ແລະຄະນະກຳມະການ ການທະຫານສູນກາງ, ວຽກ​ງານ
ການສ້າງກອງທັບໃຫ້ເຂັ້ມແຂງແລະຈະເລີນໄດ້​ເກີດ​ມີສະພາບການໃໝ່, ກອງທັບປະຊາຊົນໄດ້ປະຕິບັດໜ້າທີ່ສຳຄັນ
ຕ່າງໆໃນການປົກປັກຮັກ ສາສິດທິຜົນປະໂຫຍດທາງທະເລ, ຕ້ານການກໍ່ການຮ້າຍແລະຮັກສາຄວາມໝັ້ນຄົງ, ກູ້ໄພ,
ຮັກສາສັນຕິພາບສາກົນ, ການປ້ອງກັນການເດີນເຮືອນຢູ່ອ່າວອາແຕນ, ການກູ້ໄພມະນຸດສະທຳແລະອື່ນໆ. ໄດ້ສຳ
ເລັດໜ້າທີ່ຫຼຸດກຳລັງການທະຫານຈຳນວນ 3 ແສນຄົນພາຍໃຕ້ການປະສານງານຂອງທຸກຝ່າຍ.

ໃນ 5 ປີທີ່ຜ່ານມາ, ວຽກງານກ່ຽວກັບຮົງກົງ, ມາກາວແລະໄຕ້ຫວັນໄດ້ຮັບຄວາມຄືບ ໜ້າໃໝ່, ໄດ້ສ້າງຂົວຮົງກົງ-ຈູ່
ຫາຍ-ມາກາວໃຫ້ສຳເລັດ. ຍຶດໝັ້ນຫຼັກການຈີນດຽວ ແລະຄວາມເປັນເອກະພາບ 1992, ໄດ້ເພີ່ມທະວີການແລກ
ປ່ຽນແລະຮ່ວມມືກັນດ້ານເສດ ຖະກິດແລະວັດທະນະທຳລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ຜູ້ນຳສອງຝ່າຍ ໄດ້
ບັນ​ລຸ​ການພົບປະກັນຄັ້ງປະຫວັດສາດ, ອັນໄດ້ປົກປັກຮັກສາສັນຕິພາບແລະສະຖຽນລະພາບ ຂອງຊ່ອງ​ແຄບໄຕ້
ຫວັນຢ່າງແຂງແຮງ.

ໃນ 5 ປີທີ່ຜ່ານມາ, ວຽກ​ງານການຕ່າງປະເທດທີ່ມີສີສັນພິເສດຂອງຈີນໄດ້ຮັບການຊຸກຍູ້ໄປໜ້າຢ່າງຮອບດ້ານ. ໃນ
ຖານະເປັນປະເທດໃຫຍ່ທີ່​ມີ​ຄວາມຮັບຜິດຊອບ, ຈີນໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນທີ່ສຳຄັນ ໃນ
ການແກ້ໄຂບັນຫາຈຸດສຸມທັງສາກົນແລະພາກພື້ນ, ອັນໄດ້ປະກອບສ່ວນຢ່າງສຳຄັນອັນໃໝ່ເພື່ອສັນຕິພາບແລະການ
ພັດທະນາຂອງໂລກ.

ຈີນ​ມີ​ສະ​ພາ​ສຸດ​ວ່າ: "ໃນ​ເວ​ລາມີຄວາມສະຫງົບສຸກ, ບໍ່ຄວນລືມຄວາມອັນຕະລາຍ; ໃນ​ເວ​ລາ​ມີຄວາມຈະເລີນຮຸ່ງ
ເຮືອງ, ບໍ່ຄວນລືມຄວາມເປັນຫ່ວງເປັນ​ໃຍ​ຕໍ່​ອະ​ນາ​ຄົດ."  ພວກເຮົາຄວນຮັບຮູ້ຢ່າງຈະແຈ້ງວ່າ, ຈີນຍັງ
ພວມຢູ່ໃນ ແລະຍັງຈະຢູ່ໃນໄລຍະຕົ້ນຂອງສັງຄົມນິຍົມເປັນເວລາດົນນານ, ຍັງແມ່ນປະເທດທີ່ພວມພັດທະນາທີ່
ໃຫຍ່ທີ່ສຸດໃນໂລກ, ບັນຫາພົ້ນເດັ່ນທີ່ເກີດຈາກການພັດທະນາບໍ່ດຸນດ່ຽງແລະບໍ່ເຕັມສ່ວນນັ້ນ ຍັງບໍ່ທັນໄດ້ຮັບການ
ແກ້ໄຂເທື່ອ. ສະນັ້ນ ພວກເຮົາຕ້ອງມີນ້ຳໃຈ ຮັບຜິດຊອບຕໍ່ປະເທດ ແລະປະຊາຊົນຢ່າງສູງ, ຕ້ອງ​ມີຄວາມກ້າຫານ
ທີ່ບໍ່ຢ້ານຄວາມ​ຫຍຸ້ງຍາກລຳບາກ ແລະ​ມີມານະຈິດທີ່ເດັດດ່ຽວ​ອົດ​ທົນ, ພະຍາຍາມເຮັດວຽກໃຫ້ດີ, ເຮັດໃຫ້ປະຊາ
ຊົນບໍ່​ຜິດ​ຫວັງ​ຕໍ່​ລັດ​ຖະ​ບານຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ