ບົດລາຍງານວຽກງານລັດຖະບານ-ພາກ​ທີ 5
2018-03-05 09:57:31  cri 
ສອງ: ຄວາມຮຽກຮ້ອງຕ້ອງການ ແລະນະໂຍບາຍກ່ຽວກັບການພັດທະນາເສດຖະ ກິດສັງຄົມ 2018ປີນີ້ແມ່ນປີ
ທຳ​ອິດ​ໃນ​ການຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກຢ່າງຮອບດ້ານ, ແມ່ນການຄົບ
ຮອບ 40 ປີແຫ່ງ​ການປະຕິຮູບແລະໄຂປະຕູສູ່ພາຍນອກ, ແມ່ນປີທີ່ສຳຄັນທີ່ສຸດໃນການເອົາຊະນະການສ້າງເປັນ
ສັງຄົມທີ່ອີ່ມໜຳສຳ ລານຢ່າງ​ຮອບ​ດ້ານ ທັງປະຕິບັດແຜນການພັດທະນາ 5 ປີຄັ້ງທີ 13.

ເມື່ອໄດ້ວິເຄາະສະຖານະການພາຍໃນແລະ​ຕ່າງ​ປະ​ເທດແລ້ວເຫັນວ່າ, ການພັດທະ ນາຂອງປະເທດພວກເຮົາແມ່ນ
ຜະເຊີນກັບໂອກາດ ແລະສິ່ງທ້າທາ​ຍ​ພ້ອມ​ກັນ.

ເປົ້າໝາຍຕົ້ນຕໍຂອງການພັດທະນາໃນປີນີ້ຄື: ເຮັດໃຫ້ລວມຍອດຜະລິດຕະ​ພັນພາຍໃນຮັກສາການ​ເຕີບ​ໂຕປະມານ
6,5%; ເຮັດ​ໃຫ້ລາຄາບໍລິໂພກຂອງປະຊາຊົນ​ເພີ່​ມ​ຂຶ້ນປະມານ 3%; ຜູ້ປະກອບອາຊີບທີ່ເພີ່ມໃໝ່ໃນຕົວເມືອງບັນ
ລຸ 11 ລ້ານຄົນຂຶ້ນໄປ, ເຮັດ​ໃຫ້ອັດຕາວ່າງງານຈາກ​ຜົນ​ການສຳຫຼວດໃນ​ຕົວ​ເມືອງຢູ່ໃນ 5,5%, ອັດຕາວ່າງງານ
ທີ່ຈົດທະບຽນໃຫ້ຢູ່ໃນລະ​ຫວ່າງ 4,5%; ເຮັດ​ໃຫ້ການເພີ່ມຂຶ້ນດ້ານລາຍໄດ້ຂອງປະຊາຊົນກັບການເພີ່ມຂຶ້ນດ້ານ
ເສດຖະກິດຢູ່ໃນຈັງ​ຫວະດຽວກັນໂດຍພື້ນຖານ​; ເຮັດ​ໃຫ້ການຄ້າ​ຂາ​ເຂົ້າຂາອອກ ມີຄວາມໝັ້ນທ່ຽງແລະໄປສູ່ທາງດີ,
ລາຍຈ່າຍລາຍຮັບທາງສາກົນ ມີ​ຄວາມດຸນດ່ຽງໂດຍພື້ນຖານ; ເຮັດ​ໃຫ້ປະລິມານສິນເປືອງພະລັງງານ​ທີ່ສະເລ່ຍຕໍ່
GDP ແຕ່ລະຫົວໜ່ວຍ ຫຼຸດລົງຫຼາຍກວ່າ 3%. ປະລິມານ​ການລະບາຍສິ່ງມົນລະພິດສຳຄັນສືບຕໍ່ໜ້ອຍລົງ; ເຮັດ
​ໃຫ້ການປະຕິຮູບອົງປະກອບ​ດ້ານ​ການສະໜອງ ໄດ້ຮັບຄວາມຄືນໜ້າຕົວຈິງ, ທັງ​ຄວບ​ຄຸມຄວາມສ່ຽງທຸກປະເພດ
​ໄວ້ໄດ້ຢ່າງມີລະບຽບແລະບັງເກີດຜົນ.

ເປົ້າໝາຍທີ່ຄາດໄວ້ດັ່ງທີ່ກ່າວມານັ້ນ ໄດ້ພິຈາລະນາເຖິງຄວາມຕ້ອງການໃນການສຳ​ເລັດ​ການສ້າງສັງຄົມອີ່ມໜຳ
ສຳລານຢ່າງຮອບດ້ານ, ສອດຄ່ອງກັບສະພາບຕົວຈິງທີ່ເສດຖະກິດປະເທດພວກເຮົາ ໄດ້ຈາກໄລຍະພັດທະນາ
ຢ່າງວ່ອງໄວ ຫັນໄປສູ່ໄລຍະພັດ ທະນາດ້ວຍຄຸນນະພາບສູງ.

ຖ້າ​ຢາກເຮັດວຽກງານປີນີ້ໃຫ້ດີ ຕ້ອງຕັ້ງໜ້າຜັນຂະຫຍາຍແນວຄິດສີຈິ້ນຜິງກ່ຽວກັບ ເສດຖະກິດສັງຄົມນິຍົມທີ່ມີສີ
ສັນພິເສດຂອງຈີນໃນຍຸກໃໝ່, ຍຶດໝັ້ນຫຼັກການພື້ນຖານ ລວມທີ່ຮັກສາຄວາມໝັ້ນທ່ຽງທັງສະແຫວງຫາການກ້າວ
ໄປໜ້າ. ຖື​ສະ​ພາບຄວາມໝັ້ນ ທ່ຽງກັບການກ້າວໄປໜ້າ ເປັນ​ສະ​ພາບ​ລວມ ໂດຍສຸມໃສ່ຫຼາຍຂໍ້ດັ່ງນີ້ຄື:

ໜຶ່ງແມ່ນອອກແຮງຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ຕ້ອງເຄົາລົບກົດເກນເສດຖະກິດ, ຮັບປະກັນໃຫ້
ເສດຖະກິດໝູນເດີນຢູ່ໃນຂອບເຂດທີ່ສົມເຫດສົມຜົນ, ບັນລຸໃຫ້ເສດຖະກິດພັດທະນາຢ່າງໜັກແໜ້ນ ແລະມີຄຸນ
ນະພາບ, ປະສິດທິຜົນຍົກສູງຂຶ້ນ ພ້ອມກັນ; ສອງແມ່ນເພີ່ມຄວາ​ງ​ແຮງ​ໃນການປະຕິຮູບແລະໄຂປະຕູສູ່ພາຍອນ.
ເສີມຂະ ຫຍາຍນ້ຳໃຈປະດິດສ້າງຂອງປະຊາຊົນ​ຢ່າງ​ເຕັມ​ທີ່, ສົ່ງເສີມໃຫ້ທ້ອງຖິ່ນຕ່າງໆເລີ່ມຈາກສະພາບຕົວຈິງ,
ກ້າດຳເນີນການທົດລອງແລະກ້າບຸກ​ບືນກ້າວໜ້າ, ກ້າຜະເຊີນກັບບັນຫາຍາກ, ເພື່ອຊຸກຍູ້ການປະຕິຮູບແລະໄຂ
ປະຕູສູ່ພຍນອກ​ໃຫ້ກ້າວໄປໜ້າເລື້ອຍໆ. ສາມແມ່ນກຳວຽກ​​ງານ​ຫຍຸ້ງ​ຍາກ 3 ດ້ານ​ໃຫ້​ດີ​ໃນການ​ສຳ​ເລັດ​ການສ້າງ
ເປັນສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ. ວຽກງານທຸກດ້ານທີ່ພວກເຮົາເຮັດນັ້ນ ລ້ວນແຕ່ແມ່ນເພື່ອປະຊາຊົນ.

ຕ້ອງຍຶດຖືແນວຄິດພັດທະນາທີ່ຖືປະຊາຊົນເປັນໃຈກາງ, ເລີ່ມຈາກສະພາບແຫ່ງຊາດພື້ນຖານຂອງປະເທດພວກເຮົາ,
ພະຍາຍາມເຮັດຕາມຄວາມສາມາດຂອງຕົນ, ເພື່ອແກ້ໄຂບັນຫາທີ່ປະຊາຊົນສົນໃຈທີ່ສຸດແລະໃຫ້ຄວາມສຳຄັນທີ່ສຸດ
ຕາມ​ລຳ​ດັບ, ຊຸກຍູ້ໃຫ້ສັງຄົມມີຄວາມຍຸດຕິທຳແລະເປັນທຳ, ໃຫ້ປະຊາຊົນມີການພັດທະນາຢ່າງຮອບດ້ານ, ເຮັດໃຫ້
ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນທຸກປີໂດຍໄປຕາມການພັດທະນາຂອງປະເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ