ບົດລາຍງານວຽກງານລັດຖະບານ-ພາກ​ທີ 6
2018-03-05 10:03:11  cri 
ສາມ: ຂໍ້ສະເໜີຕໍ່ວຽກງານຂອງລັດຖະບານໃນປີ 2018

ປີນີ້ ໜ້າທີ່ພັດທະນາເສດຖະກິດສັງຄົມໜັກໜາທີ່ສຸດ. ຕ້ອງກຳແໜ້ນໂອກາດປະ ຫວັດສາດ, ວາງ​ແຜນ​ການ​ລວມ, ກຳ
​ນົດ​ວຽກ​ງານຈຸດໜັກຢ່າງ​ພົ້ນ​ເດັ່ນ, ເຮັດວຽກທຸກດ້ານໃຫ້ດີຢ່າງໜັກແໜ້ນ.

1/ ລົງເລິກຊຸກຍູ້ການປະຕິຮູບອົງປະກອບດ້ານ​ການສະໜອງ.

ສ້າງກຳລັງແຮງພັດທະນາອັນໃໝ່ໃຫ້ເຂັ້ມແຂງ, ເພີ່ມທະວີການຄົ້ນຄວ້າແລະນຳໃຊ້ເຕັກນິກ​ສະ​ຕິ​ປັນ​ຍາ​ທຽມ ຫຼື AI ຮຸ້ນ
​ໃໝ່, ເພີ່ມຄວາມໄວຂອງອິນ​ເຕີ​ເນັດໃຫ້ສູງຂຶ້ນ ແລະຫຼຸດລາຄາການໃຊ້ອິນເຕີ​ເນັດໃຫ້ຕ່ຳລົງ, ພັດທະນາຂະແໜງການ
ສະມາດ, ເພີ່ມລັກສະ ນະເຕັກນິກສະມາດເຂົ້າໃນຊີວິດການເປັນຢູ່, ສ້າງເຄືອຂ່າຍອິນເຕີເນັດສາຍກວ້າງໄປຮອດທົ່ວ
ຕົວເມືອງແລະ ຊົນນະບົດ, ເປີດກວ້າງຂອບເຂດການໃຊ້ອິນເຕີເນັດໂດຍຟີຢູ່ສະ ຖານທີ່ສາທາລະນະ, ຫຼຸດຄ່າດາ​ຕ້າ
ໃຫ້ຕ່ຳລົງອີກ 30% ເປັນ​ຢ່າງ​ໜ້ອຍພາຍໃນປີນີ້, ເຮັດໃຫ້ປະຊາຊົນແລະ ວິສາຫະກິດໄດ້ຮັບຜົນປະໂຫຍດຕົວຈິງ.

ເລັ່ງລັດການສ້າງເປັນປະເທດເຂັ້ມແຂງດ້ານການຜະລິດ. ດຳເນີນການຍົກ​ສູງຄຸນນະພາບການຜະລິດຢ່າງຮອບດ້ານ,
ຊຸກຍູ້ໃຫ້ປະຕິບັດຕາມມາດຖານກ້າວໜ້າໃນສາກົນ, ສົ່ງເສີມນ້ຳໃຈຈົດຈໍ່ຂອງນາຍຊ່າງ, ເພື່ອສ້າງເປັນການປະຕິວັດ
​ດ້ານຄຸນນະພາບການຜະລິດ​ຂອງຈີນ.

ສືບຕໍ່ຕັດ​ຮອນການສະໜອງແບບໂມຄະ. ປີນີ້ຈະຫຼຸດ​ຜ່ອນ​ຄວາມ​ສາ​ມາດການຜະລິດເຫຼັກກ້າໃຫ້ໜ້ອຍລົງອີກ 30 ລ້ານ
ໂຕນ, ຖ່ານຫີນ 150 ລ້ານໂຕນ, ປິດໜ່ວຍຈັກຜະລິດໄຟຟ້າດ້ວຍພະລັງງານຖ່ານຫີນທີ່ມີກຳລັງການຜະລິດຕ່ຳກວ່າ
3 ແສນກິໂລວັດທີ່ບໍ່ໄ​ດ້​ຕາມມາດຖານ.

ຫຼຸດ​ອາ​ກອນໃຫ້ວິສາຫະກິດຕື່ມອີກ. ໝົດປີນີ້ ຈະຫຼຸດ​ອາ​ກອນໃຫ້ວິສາຫະກິດແລະສ່ວນບຸກຄົນ 800 ກວ່າຕື້ຢວນ, ຊຸກ
ຍູ້ໃຫ້ເສດຖະກິດຕົວຈິງຫັນປ່ຽນຮູບການ​ພັດ​ທະ​ນາແລະຍົກລະດັບ, ອອກແຮງກະຕຸກ​ຊຸກ​ຍູ້​ພະ​ລັງຊີວິດທາງຕະຫຼາດ
ແລະການປະດິດສ້າງຂອງສັງຄົມ.

ຫຼຸດຄວາມແບກຫາບທີ່ບໍ່ແມ່ນອາ​ກອນຂອງວິສາຫະກິດໃຫ້ໜ້ອຍລົງ. ໝົດປີນີ້ຕ້ອງຫຼຸດຄວາມແບກຫາບທີ່ບໍ່ແມ່ນ​ອາ​ກອນ
ໃຫ້ວິສາຫະກິດຕ່າງໆຈຳນວນ 300 ກວ່າຕື້ຢວນ, ຫຼຸດຜ່ອນແຮງກົດດັນຂອງວິສາຫະກິດ, ໂຮມສູນກຳລັງໃນການພັດທະ
ນາ.

2/ ເລັ່ງລັດສ້າງປະເທດແບບປະດິດສ້າງໃໝ່, ເພີ່ມທະວີຄວາມສາມາດການປະດິດສ້າງ ແລະກຳລັງການແຂ່ງຂັນດ້ານ
ເສດຖະກິດ​ຢ່າງ​ບໍ່​ຢຸດຢັ້ງ.

ການລົງທຶນດ້ານວິທະຍາສາດເຕັກນິກຂອງປະເທດຕ້ອງອຽງໄປສູ່ຂົງເຂດທີ່ກ່ຽວພັນເຖິງຊີວິການເປັນຢູ່ຂອງປະຊາຊົນ,
ເພີ່ມທະວີການແກ້​ໄຂມົນລະພິດອາ​ກາດ, ​ການ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ໜັກ​ຕ່າງໆ​ເຊັ່ນ​ມະ​ຍາດມະເຮັງເປັນ​ຕົ້ນ,
ເຮັດໃຫ້ວິທະຍາ ສາດເຕັກນັກນຳເອົາຄວາມສຸກໄປໃຫ້ປະຊາຊົນ.

ລົງເລິກການປະຕິຮູບກົນ​ໄກການພັດທະນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສະໜັບສະໜູນວິສາຫະກິດເພີ່ມລາຍຮັບໃຫ້ຊ່າງເຕັກ
ນິກ, ສົ່ງເສີມໃຫ້ຜູ້ທີ່ໄປຮຽນຢູ່ຕ່າງປະເທດນັ້ນ ກັບຄືນປະເທດເພື່ອປະ​ກອບ​ທຸລະກິດດ້ວຍຕົນເອງ, ເປີດຊ່ອງທາງ​ສີ​ຂຽວ
ໃຫ້ແກ່ຜູ່ມີຄວາມຮູ້ຄວາມສາມາດ​ຕ່າງ​ປະ​ເທດໃນການມາເຮັດວຽກຢູ່ຈີນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ