ບົດລາຍງານວຽກງານລັດຖະບານ-ພາກ​ທີ 7
2018-03-05 10:15:13  cri 
3/ ລົງເລິກການປະຕິຮູບໃນຂົງເຂດສຳຄັນທີ່ມີລັກສະນະພື້ນຖານ, ຖືການປະຕິບັດປະຕິຮູບແລະໄຂປະຕູສູ່ພາຍນອກ
ຄົບຮອບ 40 ເປັນໂອກາດທີ່ສຳຄັນ, ຊຸກຍູ້ໃຫ້ການປະຕິຮູບໄດ້ຮັບການບຸກທະລຸອັນໃໝ່, ປົດປ່ອຍແລະພັດທະນາກຳ
ລັງການຜະລິດຂອງສັງຄົມເລື້ອຍໆ.

ຊຸກຍູ້ໃຫ້ທຶນຂອງລັດຖະບານມີຄວາມເຂັ້ມແຂງຂຶ້ນ, ມີຄຸນນະພາບດີຂຶ້ນແລະມີຂະ ໜາດໃຫຍ່ຂຶ້ນ. ລັດວິສາຫະກິດຕ້ອງ
ຢູ່ແຖວໜ້າແຫ່ງການພັດທະນາດ້ວຍຄຸນນະພາບສູງໂດຍຜ່ານຈາກການປະຕິຮູບແລະປະດິດສ້າງ.

ສະໜັບສະໜູນການພັດທະນາວິສາຫະກິດເອກະຊົນ. ແກ້ໄຂບັນຫາພົ້ນເດັ່ນທີ່ສ່ອງ ແສງໂດຍວິສາຫະກິດເອກະຊົນ
ຢ່າງຕັ້ງໜ້າ, ເດັດດ່ຽວທັບມ້າງກຳແພງທີ່​ແຝງຊ້ອນທຸກຢ່າງ, ເຮັດໃຫ້ວິສາຫະກິດເອກະຊົນສາມາດເສີມຂະຫຍາຍທ່າ
ແຮງ ໃນກະແສແຫ່ງເສດ ຖະກິດຕະຫຼາດ.

ປັບ​ປຸງ​ລະ​ບຽບ​ການສິດຊັບສິນແລະກົນໄກແບ່ງປັນປັດໄຈຕ່າງໆເປັນແບບຕະຫຼາດ. ເລັ່ງລັດການປະຕິຮູບຫັນເປັນຕະ
ຫຼາດຂອງລາຄາປັດໄຈຕ່າງໆເຊັ່ນ ເຕັກນິກ ແລະທີ່ດິນເປັນຕົ້ນ, ລົງເລິກການປະຕິຮູບລາຄາຂອງຜະລິດຕະພັນປະ
​ເພດຊັບພະຍາກອນ ແລະການບໍລິການສາທາລະນະ, ທັບມ້າງການຜູກຂາດດ້ານ​ການບໍລິຫານ, ປ້ອງກັນ​ການຜູກ
ຂາດ​ແບບຕະຫຼາດ.

​ປັບ​ປຸງໂຄງ​ປະ​ກອບ​ອາ​ລະ​ຍະ​ທຳ​ທາງ​ນິ​ເວດ. ປະຕິຮູບແລະປັບ​ປຸງລະບຽບການຄຸ້ມຄອງສິ່ງແວດລ້ອມທຳ​ມະ​ຊາດ,
ເພີ່ມທະວີການຄຸ້ມຄອງ​ຊ່ອງ​ຫວ່າງທຳມະຊາດໂດຍ​ບໍ່​ໃຫ້​ໃຊ້​ໃນ​ທາງ​ທີ່​ບໍ່​ດີ, ເຜີຍແຜ່ລະບຽບການທົດແທນການທຳລາຍ
ສິ່ງແວດລ້ອມ, ປັບ​ປຸງລະບຽບການທົດ​ແທນດ້ານນິ​ເວດ, ເພື່ອປົກປັກຮັກສາສະພາບແວດລ້ອມທຳ​ມະ​ຊາດດ້ວຍລະ
ບຽບການທີ່ບັງເກີດຜົນກວ່າເກົ່າ.

4/ ເດັດດ່ຽວສູ້ຊົນໃນການແກ້ໄຂ 3 ບັນຫາຍາກໃຫ້ດີ. ໂດຍປິ່ນອ້ອມການສຳເລັດ ໜ້າທີ່ແ​ກ້​ໄຂຂໍ້ຍາກປະຈຳປີ,
ຕ້ອງໃຫ້ທຸກຝ່າຍຮູ້ແຈ້ງໜ້າທີ່ຮັບຜິດຊອບຂອງຕົນເອງ, ເພີ່ມທະວີການຄ້ຳປະກັນດ້ານນະໂຍບາຍ ເພື່ອເຮັດວຽກທຸກ
ດ້ານຢ່າງແທ້ຈິງໃຫ້ດີ.

ຊຸກຍູ້ການແກ້ໄຂແລະປ້ອງກັນຄວາມສ່ຽງທີ່ໜັກໜ່ວງ​ນັ້ນ ໃຫ້ໄດ້ຮັບຄວາມຄືບໜ້າຢ່າງເດັ່ນຊັດ. ປີນີ້ ຈະໃຫ້ທ້ອງ
ຖີ່ນຕ່າງໆຈັດວາງພັນທະບັດສະເພາະຈຳນວນ 1350 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2017 550 ຕື້ຢວນ ເພື່ອ
ສະໜັບສະໜູນໂຄງການທີ່ພວມກໍ່ສ້າງຢູ່ນັ້ນດຳເນີນໄປຢ່າງໜັກແໜ້ນ.

ເພີ່ມທະວີການຫຼຸດຜ່ອນຄວາມທຸກຍາກຢ່າງແມ່ນຢຳ. ປີນີ້ຈະຫຼຸດຜ່ອນປະຊາຊົນຜູ້ທຸກຍາກໃນຊົນນະບົດຈຳນວນ
10 ລ້ານຄົນຂຶ້ນໄປ. ຍຶດໝັ້ນມາດຖານຫຼຸດຜ່ອນ ຄວາມທຸກຍາກທີ່ປະຕິບັດໃນປັດຈຸບັນ, ຮັບປະກັນລະ​ດັບຄວາມ
ຄືບໜ້າແລະຄຸນນະພາບ, ເຮັດໃຫ້ປະຊາຊົນຍອມຮັບຕໍ່ການຫຼຸດຜ່ອນຄວາມທຸກຍາກ, ແລະສາມາດທົນຕໍ່ການສົດ
ສອບຂອງປະຫວັດສາດ.

ຊຸກຍູ້ການປ້ອງກັນແລະແກ້​ໄຂມົນລະພິດໃຫ້ໄດ້ຮັບຜົນຢ່າງໃຫຍ່ຫຼວງກວ່າເກົ່າ. ເພີ່ມທະວີການປົກປ້ອງແລະແກ້​ໄຂ
ລະບົບນິ​ເວດ, ຂີດແບ່ງເສັ້ນສັນ​ຍານ​ໄພ​ຕ່ຳ​ສຸດໃນການປ້ອງກັນທາງ​ນິ​ເວດ, ສຳເລັດການປູກປ່າ 666 ລ້ານເຮັກ
ຕາຂຶ້ນໄປ, ເປີດກວ້າງຂອບເຂດ​ການປົກປ້ອງ ແລະຟື້ນຟູເນື້ອທີ່ດິນຊຸ່ມ, ຄວບຄຸມການສ້າງດິນແບບຖົມທະເລຢ່າງ
ເຂັ້ມງວດ. ປະຕິບັດກົດໝາຍສິ່ງແວດລ້ອມຢ່າງເຂັ້ມງວດ.   ພວກເຮົາຕ້ອງຮ່ວມມືກັນເຄື່ອນໄຫວ, ສ້າງຈີນທີ່ສວຍ
ງາມທີ່ມີທ້ອງຟ້າສີ​ຄາມ ແລະດິນຂຽວນ້ຳໃສ.

5/ ອອກແຮງປະຕິບັດຍຸດທະສາດສ້າງຊົນນະບົດໃຫ້ຈະເລີນ. ຊຸກຍູ້ໃຫ້ກະສິກຳ, ປ່າໄມ້, ການລ້ຽງສັດ, ການປະ
ມົງແລະການບົ່ມ​ເພາະ​ແນວ​ພັນ ມີການພັດທະນາແບບປະດິດສ້າງ, ເຮັດໃຫ້ການຜະລິດທັນຍາຫານມີຄວາມໝັ້ນ
ທ່ຽງແລະໄປໃນທາງດີ. ຈະເພີ່ມດິນປູກຝັງ ທີ່ໄດ້ມາດຖານສູງ 5 ລ້ານ 3 ແສນກວ່າເຮັກຕາ, ເພີ່ມເນື້ອທີ່ລະບາຍ
ນ້ຳເຂົ້ານາແບບປະຢັດນ້ຳ 1 ລ້ານ 3 ແສນກວ່າເຮັກຕາ. ພັດທະນາ "ອິນເຕີເນັດ+ກະສິກຳ", ເພີ່ມລາຍໄດ້
ໃຫ້ຊາວກະສິກອນດ້ວຍຫຼາຍຊ່ອງທາງ.

ລົງເລິກການປະຕິຮູບຊົນນະບົດຢ່າງຮອບດ້ານ. ຈັດ​ຕັ້ງປະຕິບັດນະໂຍບາຍ​ແກ່​ຍາວ​ເວ​ລາຮັບເໝົາທີ່​ດິນ​ທີ່​ໄດ້​ໝົດ​
ກຳ​ນົດ​ແລ້ວນັ້ນໄປອີກ 30 ປີເທື່ອ​ທີ​ສອງ.

ຊຸກຍູ້ວຽກງານທຸກດ້ານຂອງຊົນນະບົດໃຫ້ພັດທະນາຢ່າງຮອບດ້ານ. ປັບປຸງພື້ນ ຖານໂຄງລ່າງຕ່າງໆເຊັ່ນ ການ
ສະໜອງນ້ຳ, ໄຟຟ້າ ແລະຂໍ້ມູນຂ່າວສານ ເປັນຕົ້ນ, ສ້າງແລະປັບ​ປຸງເສັ້ນທາງຊົນນະບົດ 2 ແສນກິໂລແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ