ບົດລາຍງານວຽກງານລັດຖະບານ-ພາກ​ທີ 9
2018-03-05 10:36:10  cri 
8/ ຊຸກຍູ້ໃຫ້ກໍ່ຕົວເປັນສະຖານະການໃໝ່ແຫ່ງການໄຂປະຕູສູ່ພາຍນອກຢ່າງຮອບ ດ້ານ.

ຊຸກຍູ້ການຮ່ວມມືສາກົນໃນຂອບ ໜຶ່ງແລວໜຶ່ງເສັ້ນທາງ. ຍຶດໝັ້ນການປຶກສາຫາລື ຮ່ວມກັນ, ສ້າງສາຮ່ວມກັນແລະຊົມ
ໃຊ້ຜົນປະໂຫຍດຮ່ວມກັນ, ຜັນຂະຫຍາຍໝາກຜົນທີ່ໄດ້​ຮັບໃນກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ
ໜຶ່ງແລວໜຶ່ງເສັ້ນທາງ. ຊຸກຍູ້ການສ້າງສາເສັ້ນທາງໃຫຍ່ສາກົນ, ລົງເລິກການ​ຮ່ວມມືໃນດ້ານການຜ່ານດ່ານຢູ່ລຽບຕາມ
ເສັ້ນທາງດັ່ງກ່າວ. ເປີດກວ້າງການຮ່ວມມືສາກົນໃນດ້ານຄວາມສາມາດການຜະລິດ, ຊຸກຍູ້ໃຫ້ການຜະລິດໂດຍຈີນ
ແລະການບໍລິການຂອງຈີນ ເດີນໄປສູ່ໂລກ. ປັບ​ປຸ​ງ​ອົງປະກອບການລົງທຶນ​ຕໍ່ຕ່າງປະເທດໃຫ້ດີຂຶ້ນ. ເພີ່ມທະວີການໄຂ
ປະຕູສູ່ພາຍນອກຂອງເຂດພາກຕາເວັນຕົກ, ພາກ​ກາງ ແລະເຂດຊາຍແດນ, ເປີດກວ້າງຊ່ອງຫວ່າງການຮ່ວມມືດ້ານ
ເສດຖະກິດ.

ຊຸກຍູ້ໃຫ້ການລົງທຶນຂອງຕ່າງປະເທດເພີ່ມຂຶ້ນຢ່າງໜັກແໜ້ນ. ສ້າງມາດຖານອະນຸ ມັດເຂົ້າຕະຫຼາດຂອງທະນາຄານທຶນ
ຈີນແລະຕ່າງປະເທດເປັນເອກະພາບກັນ. ເຮັດໃຫ້ ຂັ້ນ​ຕອນການຮ້ອງຂໍສ້າງຕັ້ງວິສາຫະກິດທຶນຕ່າງປະເທດກະທັດຫັດ
ກວ່າເກົ່າ, ເຜີຍແຜ່ບົດຮຽນໃນການສ້າງເຂດການຄ້າເສລີຢ່າງຮອບດ້ານ, ຊອກຄົ້ນການສ້າງທ່າກຳປັ່ນການຄ້າເສລີ
ເພື່ອສ້າງເປັນຂົງເຂດໃໝ່ແຫ່ງການປະຕິຮູບແລະໄຂປະຕູສູ່ພາຍນອກ.

ຮັກສາທ່າອຽງທີ່ດີຂອງການຄ້າຕ່າງປະເທດ. ເປີດກວ້າງການປົກຫຸ້ມຂອງການ ປະ ກັນໄພດ້ານສິນເຊື່ອການຄ້າຂາ
ອອກ, ເຮັດໃຫ້ເວລາຜ່ານດ່ານຫຼຸດໜ້ອຍລົງ 1/3 ໂດຍ ລວມ.

ຊຸກຍູ້ການຄ້າແລະການລົງທຶນເປັນແບບເສລີແລະສະດວກ. ຈີນເດັດດ່ຽວຊຸກຍູ້ເສດ ຖະກິດໂລກາພິວັດ, ປົກປັກຮັກ
ສາການຄ້າເສລີ, ຍິນດີຮ່ວມກັບຝ່າຍທີ່ກ່ຽວຂ້ອງຊຸກຍູ້ຂະ ບວນການເຈລະຈາການຄ້າຫຼາຍຝ່າຍ, ສຳເລັດການເຈລະ
ຈາກ່ຽວກັບສັນຍາການພົວພັນຄູ່ເສດຖະກິດຮອບດ້ານໃນພາກພື້ນໂດຍໄວ, ເລັ່ງລັດການສ້າງເຂດການຄ້າເສລີອາຊີ
ປາຊີຟິກແລະປະຊາຄົມເສດຖະກິດອາຊີຕາເວັນອອກ. ຈີນມີຄຳເຫັນໃຫ້ແກ້ໄຂຄວມຂັດແຍ້ງກັນດ້ານການຄ້າດ້ວຍ
ການເຈລະຈາຢ່າງສະເໝີພາບກັນ, ຄັດຄ້ານລັດທິປົກປ້ອງການຄ້າ, ເດັດດ່ຽວປົກປັກຮັກສາສິດທິຜົນປະໂຫຍດທີ່
ຊອບດ້ວຍກົດໝາຍຂອງຕົນເອງ.

9/ ຍົກສູງການຄ້ຳປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຕ້ອງປັບ​ປຸງກົນໄກປຶກສາຫາລື
ກ່ຽວກັບການພົວພັນແຮງງານໃຫ້ຄົບຖ້ວນສົມບູນ, ລຶບ ລ້າງການຈຳ​ແນກດູໝິ່ນເພດແລະຖານະ, ເຮັດໃຫ້ການປະ
ກອບອາຊີບທີ່ຍຸດຕິທຳແລະເຕັມສ່ວນກວ່າເກົ່າ ກາຍເປັນຈຸດຮຸ່ງພົ້ນເດັ່ນໃນການພັດທະນາຂອງປະເທດພວກເຮົາ.
ຍົກລະດັບລາຍຮັບຂອງປະຊາຊົນໃຫ້ສູງຂຶ້ນ​ຢ່າງ​ໜັກ​ແໜ້ນ. ຍົກມາດຖານເກັບອາ​ກອນລາຍໄດ້ສ່ວນບຸກຄົນໃຫ້ສູງ
ຂຶ້ນ.

ພັດທະນາການສຶກສາທີ່ຍຸດຕິທຳແລະມີຄຸນນະພາບສູງ. ຊຸກຍູ້ການສຶກສາພາກບັງ ຄັບໃນຕົວເມືອງແລະຊົນນະບົດ
ໃຫ້ພັດທະນາເປັນອັນໜຶ່ງອັນດຽວກັນ, ການລົງທຶນດ້ານ ການສຶກສາສືບຕໍ່ໃຫ້ບຸ​ລິມະສິດແກ່ເຂດທຸກຍາກແລະຂອດ
ອ່ອນແອ. ຕ້ອງພັດທະນາການສຶກສາທີ່ປະຊາຊົນພໍໃຈ, ເຮັດໃຫ້ທຸກຄົນສາມາດປ່ຽນແປງຊາຕາກຳຂອງຕົນເອງ,
ບັນລຸຄວາມຝັນຂອງຕົນເອງໃຫ້ເປັນຈິງໂດຍຜ່ານການຮັບການສຶກສາທີ່ຍຸດຕິທຳ.

ປະຕິບັດຍຸດທະສາດຈີນທີ່ມີສຸຂານາໄມ. ຍົກລະດັບຄ້ຳປະກັນຂອງການປະກັນໄພ ປິ່ນປົວພະຍາດພື້ນຖານແລະການ
ປະກັນໄພປິ່ນປົວພະຍາດຮ້າຍແຮງ. ເປີດກວ້າງຂອບ ເຂດຊຳລະຄ່າປິ່ນປົວພະຍາດຂ້າມແຂວງ. ເຮັດວຽກກະກຽມ
ງານມະຫະກຳກິລາໂອລິມປິກລະດູໜາວ ແລະງານມະຫະກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງໃຫ້ດີ, ເພີ່ມ
ສະຖານທີ່ແລະສິ່ງກໍ່ສ້າງຫັດກາຍບໍລິຫານໃຫ້ປະຊາຊົນໃຫ້ຫຼາຍຂຶ້ນດ້ວຍຫຼາຍຊ່ອງທາງ.

ເພີ່ມທະວີການຄ້ຳປະກັນຊີວິດການເປັນຢູ່ພື້ນຖານ. ຍົກລະດັບຄ່າປະກັນຊີ​ວິດຕ່ຳ ສຸດໃນຕົວເມືອງແລະຊົນນະບົດ,
ການຊ່ວຍເຫຼືອທາງສັງຄົມ ແລະການຊົດເຊີຍຕ່າງໆ ຢ່າງໜັກແໜ້ນ. ສ້າງລະບຽບການຊ່ວຍເຫຼືອທາງສັງຄົມໃຫ້ຄົບ
ຖ້ວນສົມບູນ, ສະໜັບສະ ໜູນການພັດທະນາວຽກງານກຸສົນ​ແລະສາທາລະນະປະໂຫຍດ, ເຮັດໃຫ້ທຸກຄົນທີ່ຢູ່ໃນ
ສະພາບທຸກຍາກນັ້ນໄດ້ຮັບຄວາມເອົາໃຈໃສ່ແລະຄວາມອົບອຸ່ນຈາກສັງຄົມ.

ຕ້ອງອຳນວຍອາຫານດ້ານຈິດໃຈຢ່າງອຸດົມສົມບູນໃຫ້ແກ່ປະຊາຊົນເພື່ອໃຫ້ມີຊີວິດການເປັນຢູ່ທີ່ດີງາມ. ລົງເລິກປະຕິ
ບັດໂຄງການວັດທະນະທຳ, ສ້າງຂະແໜງການວັດ ທະນະທຳແບບໃໝ່. ລົງເລິກການແລກປ່ຽນດ້ານວັດທະນະທຳ
ລະຫວ່າງຈີນ ກັບປະເທດຕ່າງໆ. ພວກເຮົາຕ້ອງໂຮມສູນກຳລັງດ້ານຈິດໃຈອັນແຂງແຮງ ເພື່ອບັນລຸການໃຫ້ປະຊາ
ຊາດຈີນຟື້ນຟູຄວາມຈະເລີນຮຸ່ງເຮືອງ​ຄືນ​ໃໝ່ດ້ວຍວັດທະນະທຳສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ