ບົດລາຍງານວຽກງານລັດຖະບານ-ພາກ​ທີ 11
2018-03-05 10:43:38  cri 
ບັນດາຜູ້ແທນ!

ປະຊາຊາດຈີນແມ່ນມະຫາຄອບຄົວທີ່ຖືກຕ້ອງປອງດອງກັນ ແລະສາມັກຄີກັນ ມີຄວາມອົບອຸ່ນດີ, ພວກເຮົາຕ້ອງຍຶດ
ໝັ້ນແລະບູລະນະລະບຽບການເຂດຊົນເຜົ່າປົກຄອງຕົນເອງ, ປະຕິບັດຕາມນະໂຍບາຍຊົນເຜົ່າຂອງພັກຢ່າງຮອບ
ດ້ານ. ເພີ່ມທະວີການ ແລກປ່ຽນແລະເຊື່ອມໂຍງ​ເຂົ້າກັນລະຫວ່າງຊົນເຜົ່າຕ່າງໆ, ເຮັດໃຫ້ປະຊາຄົມປະຊາຊາດ
ຈີນມີ​ພື້ນຖານທີ່ໜັກແໜ້ນກວ່າເກົ່າ ແລະມີສາຍ​ພານທີ່ໝັ້ນແກ່ນກວ່າເກົ່າ.

ພວກເຮົາຕ້ອງຜັນຂະຫຍາຍທິດທາງພື້ນຖານກ່ຽວກັບວຽກງານສາສະໜາຂອງພັກຢ່າງຮອບດ້ານ, ຍຶດໝັ້ນສາສະໜາ
ຈີນຫັນເປັນຈີນ, ເສີມຂະຫຍາຍບົດບາດທີ່ດີຂອງບຸກຄົນໃນວົງການສາສະໜາແລະສາສະນິກະຊົນໃນການຊຸກຍູ້ກາ
ນພັດທະນາເສດຖະກິດສັງຄົມ.

ພວກເຮົາຕ້ອງຕັ້ງໜ້າປະຕິບັດນະໂຍບາຍກ່ຽວກັບຊາວຈີນຕ່າງດ້າວ, ສົ່ງເສີມໃຫ້ ລູກຫຼານປະຊາຊາດຈີນທີ່ຢູ່ພາຍ
ໃນແລະຕ່າງປະເທດເປັນຈິດໜຶ່ງໃຈດຽວກັນບາກບັ່ນສູ້ ຊົນ, ສ້າງຄວາມຮຸ່ງເຮືອງນຳກັນ.

ຈີນກັບປະເທດຕ່າງໆໃນໂລກນີ້ມີການພົວພັນດ້ານການພັດທະນາຢ່າງແໜ້ນແຟ້ນ, ມີໂຊກຊາຕາກຳທີ່ຕິດພັນກັນ.
ພວກເຮົາຈະເດີນຕາມເສັ້ນທາງພັດທະນາໂດຍສັນຕິຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ການສ້າງການພົວພັນສາກົນ
ແບບໃໝ່. ຕັ້ງໜ້າເຂົ້າຮ່ວມການປະຕິຮູບແລະແກ້​ໄຂການບໍລິຫານທົ່ວໂລກ, ສຸມໃສ່ການສ້າງເສດຖະກິດໂລກແບບ
ໄຂປະຕູ. ຊຸກຍູ້ໃຫ້ບັນດາປະເທດໃຫຍ່ປະສານຮ່ວມມືກັນ, ລົງເລິກໄມຕີຈິດຖານບ້ານໃກ້ເຮືອນຄຽງແລະການພັດ
ທະນາຮ່ວມກັນກັບບັນດາປະເທດຢູ່ອ້ອມຂ້າງ, ເພີ່ມທະວີຄວາມສາມັກຄີແລະຮ່ວມມືກັບບັນດາປະເທດທີ່ພວມພັດ
ທະນາ. ຈັດກອງປະຊຸມປະຈຳປີຂອງເວທີປຶກສາຫາລືອາຊີ​ໂປອາວ, ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ,
ກອງປະຊຸມສຸດຍອດຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຝລີກາແລະ ກິດກຳການຕ່າງປະເທດຕ່າງໆໃຫ້ດີ.
ສືບຕໍ່ເສີມຂະຫຍາຍບົດບາດຂອງປະເທດໃຫຍ່ທີ່ມີ​ຄວາມຮັບຜິດຊອບໃນການແກ້ໄຂບັນຫາຈຸດສຸມທັງສາກົນແລະ
ພາກພື້ນ. ປັບ​ປຸງລະບົບຄ້ຳປະກັນຄວາມປອດໄພຂອງຜົນປະໂຫຍດຢູ່ຕ່າງປະເທດໃຫ້ສົມ​ບູນ. ຈີນຍິນດີຮ່ວມກັບ
ປະເທດຕ່າງໆ ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອສ້າງປະຊາຄົມຮ່ວມຊາຕາກຳຂອງທົ່ວມວນມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ