ຈີນ​ຈະ​ສ້າງພາບ​ພົດ​ໃໝ່​ດ້ານ​ຄຸນ​ນະ​ພາບ​ແລະ​ຍີ່​ຫໍ້​ຂອງ​ຜະ​ລິດ​ຕະ​ພັນ​ຈີນ
2018-03-05 16:06:46  cri 
ຕາມ​ຂ່າວ CRI: ວັນ​ທີ 5 ມີ​ນາ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່ "ຊ່ອງ​ທາງ​ລັດ​ຖະ​ມົນ​ຕີ" ຂອງກອງ​ປະ​ຊຸ​ມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ປະ​ຈຳ​ປີ, ທ່ານ​ຈົ່ງ​ຊານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນຈະ​ສ້າງພາບ​ພົດ​ໃໝ່​ດ້ານ​ຄຸນ​ນະ​ພາບ​ແລະ​ຍີ່​ຫໍ້​ຂອງ​ຜະ​ລິດ​ຕະ​ພັນ​ຈີນ.

ທ່ານ​ຈົ່ງ​ຊານ ກ່າວ​ວ່າ, ປີ 2017 ​ຜ່ານ​ມາການ​ພັດ​ທະ​ນາ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​​ມີຄວາມ​ກ້າວ​ໜ້າ​ບົນ​ພື້ນ​ຖານ​ຄວາມ​ໝັ້ນ​ທ່ຽງ, ດີກວ່າ​ການ​ຄາດ​ໝາຍ​ລ່ວງ​ໜ້າ, ​ຕົ້ນ​ຕໍ​ໄດ້​ສະ​ແດງ​ອອກ​ໃນ 3 ດ້ານ​ຄື:
"​ໜຶ່ງ, ຄວາມ​ໄວ​​ການເຕີບ​ໂຕ​ຂອງ​ການ​ຄ້າ​ໄວ​ກວ່າ​ເກົ່າ, ປີ​ຜ່ານ​ມາ​ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 14,2%. ສອງ, ຄຸ​ນ​ນະ​ພາບ​ຂອງການ​ພັດ​ທະ​ນາ​ການ​ຄ້າ​​ຕໍ່ຕ່າງ​ປະ​ເທດ​​ດີ​ຂຶ້ນ, ສຳ​ລັບ​ປີ​ຜ່ານ​ມາ​ແລ້ວ, ການ​ສົ່ງ​ອອກ​ສິ​ນ​ຄ້າ​ທີ່​ມີເ​ຕັກ​ນິກ​ສູງ​ໄດ້​ກວມຍອດ​ມູນ​ຄ່າກ​ານ​ສົ່ງ​ອອກ​ຂອງ​ຈີນ​ປະ​ມານ 30%, ສາມ, ການ​ພັດ​ທະ​ນາ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ມີ​ທ່າ​ແຮງ​ເພີ່ມ​ຂຶ້ນ, ຈີນ​ໄດ້​ສ້າງວິ​ສາ​ຫະ​ກິດງວດ​ໜຶ່ງ​ທີ່​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ນິກ, ລະ​ບຽບ​ການ​ແລະ​ການ​ຄຸ້ມ​ຄອງ".

ທ່ານ​ຈົ່ງ​ຊານ​ກ່າວ​ວ່າ, ປີ 2018, ຈີນ​ຈະ​ສ້າງ​ທັດ​ສະ​ນະ​ຄະ​ຕິ​ການ​ພັດ​ທະ​ນາ​ໃໝ່, ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ສ້າງ​ພາບ​ພົດ​​ໃໝ່​ດ້ານ​ຄຸນ​ນະ​ພາບ​ແລະ​ຍີ່​ຫໍ້​ຂອງຜະ​ລິດ​ຕະ​ພັນ​ຈີນ​ໃນ​ການ​ຄ້າ​ຕໍ່​ຕ່າ​ງ​ປະ​ເທດ, ພະ​ຍາ​ຍາມ​ຊຸກ​ຍູ້​ການ​ສ້າງ​ປະ​ເທດ​ຈີນ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ