ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​​ໃໝ່ໄຂ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ
2018-03-05 12:02:00  cri 
ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ​ໄຂ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ ​ໃນ​ຕອນ​ເຊົ້າວັນ​ທີ 5 ມີນາ​ນີ້ ​ໂດຍ​ທ່ານ​ສີ​ຈິ້ນ
​ຜິ​ງ ປະທານ​ປະ​ເທດ​ຈີນ ພ້ອມດ້ວ​ຍຜູ້ນຳ​ພັກ​ແລະ​ລັດ​ທ່ານອື່ນໆ ເຂົ້າຮ່ວມ.

ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ຂຶ້ນຜ່ານ​ບົດ​ລາຍ​ງານ​ວຽກ​ງາ​ນລັດຖະບານ​ຕໍ່​ກອງ​ປະຊຸມ ໂດຍ​ກ່າວ​ວ່າ, ຕະຫຼອດໄລຍະ 5 ປີມານີ້, ກຳ
ລັງຕົວຈິງດ້ານເສດຖະກິດໄດ້ຂຶ້ນສູ່ລະດັບໃໝ່. ລວມຍອດຜະລິດຕະພັນພາຍໃນ ໄດ້ຈາກ 54000 ຕື້ຢວນເພີ່ມຂຶ້ນເປັນ 82700 ຕື້ຢວນ,
ສະເລ່ຍແລ້ວເພີ່ມຂຶ້ນ 7,1% ຕໍ່ປີ, ມາດຕາສ່ວນກວມເສດຖະກິດໂລກໄດ້ຈາກ 11,4% ຂຶ້ນເຖິງ​ປະ​ມານ 15%, ອັດຕາປະກອບສ່ວນຕໍ່ການ
ເຕີບໂຕຂອງເສດຖະກິດໂລກ ໄດ້ຫຼາຍກວ່າ 30%. ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນ 1,9% ຕໍ່ປີ ອັນໄດ້ຮັກສາລະດັບອ່າວ
ຕ່ຳ. ການປະກອບອາຊີບໃນຕົວເມືອງທີ່ເພີ່ມໃໝ່ບັນລຸຫຼາຍກວ່າ 66 ລ້ານຄົນ, ເຮັດໃຫ້ປະເທດໃຫຍ່ທີ່ມີ 1 ຕື້ 300 ກວ່າລ້ານຄົນໄດ້ບັນ
ລຸການປະກອບອາຊີບຢ່າງເຕັມສ່ວນສົມ​ຄວນ.

ໃນປີ 2017 ທີ່ຫາກໍ່ຜ່ານໄປ, ໜ້າທີ່ເປົ້າໝາຍຕົ້ນຕໍໃນການພັດທະນາເສດຖະກິດ ສັງຄົມໄດ້ສຳເລັດຢ່າງຮອບດ້ານ ແລະໄດ້ຮັບຜົນທີ່ດີກວ່າ
ການຄາດໄວ້. ອັດຕາເຕີບໂຕ ຂອງ GDP ບັນລຸ 6,9%, ລາຍຮັບຂອງປະຊາຊົນເພີ່ມຂຶ້ນ 7,3% ເຊິ່ງລ້ວນແຕ່ສູງກວ່າປີ 2016; ການປະກອບ
ອາຊີບທີ່ເພີ່ມໃໝ່ໃນຕົວເມືອງບັນລຸ 13 ລ້ານ 5 ແສນ 1 ໝື່ນຄົນ, ອັດຕາວ່າງງານຕ່ຳກວ່າຫຼາຍປີທີ່ຜ່ນມາ; ຄວາມໄວການເຕີບໂຕຂອງອຸສາ
ຫະກຳສູງຂຶ້ນ, ກຳໄລຂອງວິສາຫະກິດເພີ່ມຂຶ້ນ 21%; ລາຍໄດ້ດ້ານການເງິນເພີ່ມຂຶ້ນ 7,4%, ອັນໄດ້ປ່ຽນແປງສະພາບການທີ່ຄວາມໄວເຕີບໂຕ
ຊ້າລົງ; ການຄ້າຂາເຂົ້າຂາອອກເພີ່ມຂຶ້ນ 14,2%, ນຳໃຊ້ທຶນຕ່າງປະເທດໃນຕົວເມືອງບັນລຸ 136 ຕື້ 300 ລ້ານໂດລາສະຫະລັດ, ສ້າງສະຖິຕິ
ສູງສຸດໃນປະຫວັດສາດ. ການພັດທະນາຂອງເສດຖະກິດ ໄດ້ເກີດມີສະພາບການທີ່ການເຕີບໂຕ ກັບຄຸນນະພາບ, ອົງປະກອບ ແລະປະສິດ
ທິຜົນໄປພ້ອມກັນ.

ໃນ​ເວ​ລາ​ຜ່ານ​ບົດ​ລາຍ​ງານ, ທ່ານຫຼີ​ເຄີ້​ສຽງ​ຍັງ​ໄດ້​ວາງ​ຂໍ້​ສະ​ເໜີ​ຫຼາ​ຍ​ຂໍ້​ຕໍ່​ວຽກ​ງານ​ລັດ​ຖະ​ບານ​ໃນ​ປີ 2018 ຄື: ລົງເລິກຊຸກຍູ້ການປະຕິຮູບອົງປະ
ກອບດ້ານ​ການສະໜອງ, ເລັ່ງລັດສ້າງປະເທດແບບປະດິດສ້າງໃໝ່, ເພີ່ມທະວີຄວາມສາມາດການປະດິດສ້າງ ແລະກຳລັງການແຂ່ງຂັນດ້ານ
ເສດຖະກິດ​ຢ່າງ​ບໍ່​ຢຸດຢັ້ງ, ລົງເລິກການປະຕິຮູບໃນຂົງເຂດສຳຄັນທີ່ມີລັກສະນະພື້ນຖານ, ຖືການປະຕິບັດປະຕິຮູບແລະໄຂປະຕູສູ່ພາຍນອກຄົບ
ຮອບ 40 ເປັນໂອກາດທີ່ສຳຄັນ, ຊຸກຍູ້ໃຫ້ການປະຕິຮູບໄດ້ຮັບການບຸກທະລຸອັນໃໝ່, ປົດປ່ອຍແລະພັດທະນາກຳລັງການຜະລິດຂອງສັງຄົມ
ເລື້ອຍໆ, ເດັດດ່ຽວສູ້ຊົນໃນການແກ້ໄຂ 3 ບັນຫາຍາກໃຫ້ດີ. ໂດຍປິ່ນອ້ອມການສຳເລັດ ໜ້າທີ່ແ​ກ້​ໄຂຂໍ້ຍາກປະຈຳປີ, ຕ້ອງໃຫ້ທຸກຝ່າຍຮູ້ແຈ້ງ
ໜ້າທີ່ຮັບຜິດຊອບຂອງຕົນເອງ, ເພີ່ມທະວີການຄ້ຳປະກັນດ້ານນະໂຍບາຍ ເພື່ອເຮັດວຽກທຸກດ້ານຢ່າງແທ້ຈິງໃຫ້ດີ, ອອກແຮງປະຕິບັດຍຸດທະ
ສາດສ້າງຊົນນະບົດໃຫ້ຈະເລີນ. ຊຸກຍູ້ຍຸດທະສາດໃຫ້ພາກພື້ນຕ່າງໆພັດທະນາຢ່າງປະສານສົມທົບກັນຢ່າງແທ້ ຈິງ. ຫຼຸດຄວາມແຕກໂຕນກັນ
ດ້ານການພັດທະນາລະຫວ່າງຕົວເມືອງກັບຊົນນະບົດ, ຕັ້ງໜ້າຊຸກຍູ້ການບໍລິໂພກ ແລະເປີດກວ້າງການລົງທຶນທີ່​ບັງ​ເກີດ​ຜົນ. ຊຸກຍູ້ການຈັດຊື້
ທາງອິນ​ເຕີ​ເນັດ, ການສົ່ງສິນຄ້າ​ໂດຍ​ດ່ວນໃຫ້ພັດທະນາຢ່າງປອດໃສ. ຕ້ອງລົງ ໂທດຕໍ່ການກະທຳຕ່າງໆທີ່ ລ່ວງລະເມີດສິດທິຜົນປະໂຫຍດ
ຂອງຜູ້ບໍລິໂພກນັ້ນ ຢ່າງເຂັ້ມງວດຕາມກົດໝາຍ, ຊຸກຍູ້ໃຫ້ກໍ່ຕົວເປັນສະຖານະການໃໝ່ແຫ່ງການໄຂປະຕູສູ່ພາຍນອກຢ່າງຮອບ ດ້ານ, ຍົກສູງ
ການຄ້ຳປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ທ່ານ​ຫວາງ​ເສີນ ຮອງ​ປະທານ​ ທັງ​ເປັນ​ເລຂາທິການ​ໃຫຍ່ຄະນະ​ປະຈຳສະພາປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12 ​ໄດ້​ຕາງໜ້າ​ຄະນະ​ປະຈຳ​ສະພາ​ປະ
ຊາຊົນ​ແຫ່ງ​ຊາດ​ຂຶ້ນສະ​ເໜີ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຕໍ່​ກອງ​ປະຊຸມ.

ນີ້​ແມ່ນອົງການ​ອຳນາດ​ສູງ​ສຸດ​ຈີນ​ຊຸດ​ໃໝ່​ໄຂ​ກອງ​ປະຊຸມ​ເປັນຄັ້ງທຳ​ອິດຫຼັງກອງ​ປະຊຸມ​ຜູ້​ແທນທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນຄັ້ງທີ 19. ຕາມ
​ວາລະ​ກອງ​ປະຊຸມ, ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດຊຸດ​ທີ 13 ນອກຈາກ​ຈະ​ຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ
ຖະບານ, ບົດ​ລາຍ​ງານ​ວຽກ​ງານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ບົດ​ລາຍ​ງານ​ວຽກ​ງານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ບົດ​ລາຍ​ງານ​ວຽກ
​ງານ​​ໄອ​ຍະການ​ປະຊາຊົນ​ສູງ​ສຸດ​ແລ້ວ, ຍັງ​ຈະ​ຄົ້ນຄວ້າ​ພິຈາລະນາ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ຮ່າງ​ກົດໝາຍວ່າ​ດ້ວຍ​ກາ​ນກວດກາ​ລັດ
ຖະບານ ພ້ອມ​ດ້ວຍ​ແຜນການ​ປະຕິ​ຮູບ​ອົງການ​ລັດຖະບານ ​ແລະ​ອື່ນໆ ທັງ​ເລືອກ​ຕັ້ງ ​ແລະ ​ຕົກລົງແຕ່ງຕັ້ງ​ຜູ້ນຳ​ອົງການ​ລັດຖະບານຊຸດ​ໃໝ່​
ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ