ເປີດ "ຊ່ອງ​ທາງ​ສຳ​ລັບ​ຜູ້​ແທນ" ຄັ້ງ​ທຳ​ອິດ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ
2018-03-05 16:44:00  cri 



    ກ່ອນ​ໄຂ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ເຊິ່ງ​ເປັນ​ອົງ​ການ​ອຳ​ນາດ​ສູງ​ສຸດ​ຂອງ​ຈີນ, ຊ່ອງ​ທາງ​ສຳ​ລັບ​ຜູ້​ແທນສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ໄດ້​ເປີດ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນຫຼວງປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມີ​ນານີ້. ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ 10 ທ່ານ​ຄື: ທ່ານ ມາ​ຮ​ວ້າ​ເທິງ CEO ຂອງ​ບໍ​ລິ​ສັດ​ເທັນ​ເຊັນ​ທ໌, ທ່ານ ວາງ​ຢ້າ​ພິງ ນັກ​ບິນ​ອະ​ວະ​ກາດ, ທ່ານ ກົ່ວ​ຢຸ້ຍ ຜູ້​ຊ່ຽວ​ຊານ​ດ້ານ​ສີ​ມື​ຄົນ​ທຳ​ອິດ​ຂອງ​ບໍ​ລິ​ສັດ CRRC, ທ່ານ​ນາງ ກົ່ວ​ເຟີ້ງ​ລຽນ ເລ​ຂາ​ຮາກ​ຖານ​ພັກ​ບ້ານ​ຕ້າ​ຈ້າຍ, ທ່ານ​ນາງ ໂຈ​ຊ່ຽງ​ຢູນ ຊາວ​ບ້ານ​ຈາກ​ເຂດ​ຈິງ​ກ່າງ​ຊ່ານ ແລະ​ທ່ານ​ອື່ນໆໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ.

    ນີ້​ແມ່ນ​ເທື່ອ​ທຳ​ອິດ​ໃນ​ປະ​ຫວັດ​ສາດກອງ​ປະ​ຊຸມ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ທີ່​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ໃຫ້​ສຳ​ພາດ​ຢູ່​ຊ່ອງ​ທາງ​ສະ​ເພາະ. ຈາກນີ້ ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ເຫັນ​ວ່າ, ຈີນ​ພວມ​ໄຂ​ປ່ອງ​ຢ້ຽມຫຼາຍກວ່າ​ເກົ່າ​ດ້ວຍ​ທ່າ​ທາງ​ທີ່​ເປີດ​ປະ​ຕູກວ່າ​ເກົ່າ​ແລະໝັ້ນ​ໃຈ​ຕໍ່​ຕົນ​ເອງກວ່າ​ເກົ່າ.

    ຂະ​ນະ​ດຽວ​ກັນ, ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີນີ້ ກໍ​ຈະ​ເປີດ​ຊ່ອງ​ທາງ​ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເປັນ​ຄັ້ງ​ທຳ​ອິດ, ນອກນັ້ນ, ຊ່ອງ​ທາງ​ລັດ​ຖະ​ມົນ​ຕີ​ທີ່​ໄດ້​ປະ​ຕິ​ບັດ​ມາຫຼາຍ​ປີ​ແລ້ວນັ້ນ ກໍ​ຈະ​ສືບ​ຕໍ່​ກັນ​ໄປ.

1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ