ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ສົນ​ໃຈ​ນຳ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ປະ​ເທດ​ຈີນ
2018-03-06 15:16:19  cri 
ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​​ຈີນ​ຄັ້ງ​ທຳ​ອິດ​ຊຸດ​ທີ 13 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 3 ມີ​ນາ​ນີ້​, ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດທີ 13 ໄຂ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງໃນ​ວັນ​ທີ 5 ມີ​ນາ​ນີ້. ບັນ​ຫາ​ເສດ​ຖະ​ກິດ, ການ​ພັ​ດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນຈີນໃນ​ຊຸມ​ປີ​ຜ່ານ​ມາໄດ້​ກາຍ​ເປັນຈຸດສຳ​ຄັນ​ທີ່​ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍໄດ້​ໃຫ້​ຄວາມ​ສົນ​ໃຈ​ແລະ​ລາຍ​ງານ​ຂ່າວ​ເປັນ​ປະ​ຈຳ.

ຂ່າວ​ສານ​ອັນ​ທະ​ຣາ​ເຊິ່ງ​ເປັນ​ຂ່າວ​ສານ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ສົນ​ໃຈ​​ຢ່າງ​ສູງ​ຕໍ່​ເນື້ອ​ໃນ​ກ່ຽວ​ກັບ GDP ຂອງ​ຈີນ​​ໃນ​ປີ 2017 ໄດ້ເພີ່ມ​ຂຶ້ນ 6,9% ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ທີ່​ສະ​ເໜີ​ໂດຍ​ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ. ນອກ​ນີ້, ຂ່າວ​ສານ​ອັນ​ທະ​ຣາ​ຍັງ​ໄດ້​ລາຍ​ງານ​ກ່ຽວ​ກັບ​ຍັດ​ຕິ​ແລະ​ຂໍ້​ສະ​ເໜີ​ຈຳ​ນ​ວນ​ໜຶ່ງ​ທີ່​ສະ​ເໜີ​ໂດຍ​ຄະ​ນະ​ຜູ້​ແທ​ນ​ຂອງກອງ​ປະ​ຊຸມ​ສອງ​ສະ​ພາ, ລວ​ມ​ທັງ​ນະ​ໂຍ​ບາຍ​ປະ​ຊາ​ກອນ​ຂອງ​ຈີນ​ແລະ​ອື່ນໆ​.

ໜັງ​ສື​ພິມ​ໂກວ​ຈີ້​ຢື້​ປ້າວ​ເຊິ່ງ​ເປັນ​ໜັງ​ສື​ພິມ​ພາ​ສາ​ຈີນ​ໃຫຍ່​ທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ​ເຫັນ​ວ່າ, ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້​ແມ່ນ​ຈັດ​ຂຶ້ນ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ຈະ​ອອກ​ມາ​ດ​ຕະ​ການ​ປະ​ຕິ​ຮູບ​ຕ່າງໆ​ຢ່າງ​ແນ່ນອນ, ໂດຍ​ສະ​ເພາະ​ແມ່ນ​ມາດ​ຕະ​ການ​ທີ່​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໃໝ່​ຂອງ​ໂລກ. ໃນ​ຖາ​ນະ​ເປັນກຸ່ມເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ​ສອງ​ໃນ​ໂລກ, ຂໍ້​ຕົກ​ລົງ​ຂອງ​ຈີນ​ຈະ​ມີ​ຜົນ​​ສະ​ທ້ອນ​ໃນ​ທາງ​ທີ​ດີ​ຢ່າງ​ໃຫຍ່​ຫຼວງ​ແລະ​ເປັນ​ໜ້າ​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ເປັນ​ຢ່າງ​ຍິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ