ການ​ກຳ​ນົດ​ຄາດ​ໝາຍ​ເສດ​ຖະ​ກິດ​ໃນ​ປີ​ນີ້​​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຮຽກ​ຮ້ອງ​ໃຫ້​ມີ​ການ​ພັດ​ທະ​ນາ​ຄຸນ​ນະ​ພາບ​ສູງ
2018-03-06 14:33:12  cri 
ທ່ານ​ຮວງ​ໂສ​​ຮົງ ​ຜູ້​ຮັບ​ຜິດ​ຊອບ​ໜ່ວຍ​ງານ​ຮ່າງ "ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ" ຈີນ, ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າຄະ​ນະ​ລັດ​ຖະ​ບານ​ຈີນ​ເປີດ​ເຜີຍ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 5 ມີ​ນາ​ນີ້​ວ່າ, ຈີນ​ໄດ້​ຕັ້ງ​ຄາດ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2018 ປະ​ມານ 6,5% ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຮຽກ​ຮ້ອງ​ໃຫ້​ມີ​ການ​ພັດ​ທະ​ນາ​ຄຸນ​ນະ​ພາບ​ສູງ.

ທ່ານ​ຮວງ​ໂສ​​ຮົງ​ກ່າວຕື່ມ​ວ່າ, ການ​ຕັ້ງ​ຄາດ​ໝາຍ​ເສດ​ຖະ​ກິດ​ໃນ​ປີ​ນີ້​ລ້ວນ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຮຽກ​ຮ້ອງ​ໃຫ້​ມີ​ການ​ພັດ​ທະ​ນາ​ຄຸນ​ນະ​ພາບ​ສູງ ແລະ ປັດ​ຈຸ​ບັນ, ຄວາມ​ສ່ຽງ​ດ້ານ​ການ​ທະ​ນາ​ຄານ​ຂອງ​ຈີນ​ສາ​ມາດຄວບ​ຄຸມ​ໄວ້​​ໂດຍ​ລວມ, ໜີ້​ສິນ​ລັດ​ຖະ​ບານ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແມ່ນ 1 ໝື່ນ 3 ພັນ​ຕື້ຢວນ ແລະ 1 ໝື່ນ 6 ພັນ​ຕື້ຢວນຕາມ​ລຳ​ດັບ.

ທ່ານ​ຮວງ​ໂສ​​ຮົງ​ລາຍ​ງານ​ຕື່ມວ່າ, ທີ່​ຈິງ​ແລ້ວ, ມີ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ບາງ​ແຫ່ງ​ມີ​ໜີ້​ສິນ​ແບບ​ຜິດ​ກົດ​ໝາຍກົດ​ບັນ​ຍັດ ດ້ວຍ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໃຊ້​ໜີ້​ດ້ວຍ​ງົບ​ປະ​ມານ​ການ​ເງິນ ຫຼື​ແບບ​ຄ້ຳ​ປະ​ກັນ ເຊິ່ງ​​ເປັນ​ຄວາ​ມ​ສ່ຽງ​ທີ່​ແຝງ​ຊ້ອນ​ຢູ່. ທ່ານ​ກ່າວ​ເນັ້ນ​ວ່າ, ຕໍ່​ໄປ​ພາຍ​ໜ້າ, ຈີນ​ຈະ​ສະ​ກັດ​ກັ້ນ​ບໍ່​ໃຫ້ໜີ້​ສິນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ເພີ່ມ​ຂຶ້ນ ແລະ ແກ້​ໄຂ​ບັນ​ຫາ​ໜີ້​ສິນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ຢ່າງ​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ