ຜູ້​ຮັບ​ຜິດ​ຊອບຮ່າງ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ກ່າວ​ວ່າ, ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ທະ​ຫານ​ເພີ່ມ​ຂຶ້ນ 8,1% ນັ້ນ​ບໍ່​ສູ​ງ​ປານ​ໃດ
2018-03-06 16:24:29  cri 
    ວັນ​ທີ 5 ມີ​ນານີ້, ທ່ານ ຮວງ​ໂສ​ຮົງ ຜູ້​ຮັບ​ຜິດ​ຊອບ​ໜ່ວຍ​ງານ​ຮ່າງ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ, ຫົວ​ໜ້າ​ຫ້ອງການ​ຄົ້ນ​ຄວ້າ​ລັດ​ຖະ​ບານ​ຈີນ ກ່າວ​ວ່າ, ຈີນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະ ໃຊ້​ທິດ​ທາງ​ຍຸດ​ທະ​ສາດ​ການ​ທະ​ຫານ​ທີ່​ປ້ອງ​ກັນ​ຢ່າງ​ຕັ້ງ​ໜ້າ. ໃນ​ບັນ​ຫາ​ຄ່າ​ໃຊ້​ຈ່າຍ​ທາງ​ການ​ທະ​ຫານ, ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ຕົ້ນ​ຕໍ​ໃນ​ໂລກ​ແລ້ວ, ຄ່າ​ໃຊ້​ຈ່າຍ​ທາງ​ການ​ທະ​ຫານ​ທີ່​ຄິດ​ສະ​ເລ່ຍ​ຕາມ​ຫົວ​ຄົນ​ຂອງ​ຈີນ ແມ່ນ​ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ, ສ່ວນ​ປີນີ້​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 8,1% ນັ້ນ ກໍ​ບໍ່​ສູງ​ປານ​ໃດ, ເພາະ​ວ່າ​ໃນ​ນີ້, ສ່ວນ​ໜຶ່ງ​ຈະ​ໃຊ້​ໃນ​ການ​ປັບ​ປຸງ​ລາຍ​ໄດ້​ຂອງ​ທະ​ຫານ, ການ​ຈັດ​ວາງແລະ​ຍົກ​ລະ​ດັບ​ໃຫ້​ທະ​ຫານ ແລະ​ການ​ຈັດ​ວາງ​ອື່ນໆ. ໃນ​ບັນ​ຫານີ້, ມີ​ຄົນ​ຈຳ​ນວນ​ໜຶ່ງ​ມັກ​ເວົ້າ​​ເກີນ​ຄວາມ​ຈິງ, ແຕ່​ທີ່​ຈິງ​ແລ້ວ, ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ທະ​ຫານ​ທີ່​ສະ​ເລ່ຍ​ຕາມ​ຫົວ​ຄົນ​ຂອງ​ຈີນ ພຽງ​ແຕ່​ເປັນ​ສ່ວນ​ໜ້ອຍ​ຂອງ​ປະ​ເທດ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ສູງ​ດ້ານ​ການ​ທະ​ຫານ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ