ເອກ​ອັກ​ຄະ​ລັດ​ຖະທູດ​ເນ​ປານ​ກ່າວ​ວ່າ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ຂອງ​ຈີນ
2018-03-06 16:26:52  cri 
    ວັນ​ທີ 5 ມີ​ນານີ້, ທ່ານ ລີ​ລາ ມາ​ນີ ປາວ​ດີ​ອັນ ເອກ​ອັກ​ຄະ​ລັດ​ທູດ​ເນ​ປານ​ປະ​ຈຳ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ພະ​ແນກ​ພາ​ສາ​ເນ​ປານ​ວິ​ທະ​ຍຸ​ CRI ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ໄດ້​ຟັງ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 13, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖ​ະ​ມົນ​ຕີຈີນ ໄດ້​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຕໍ່​ກອງ​ປະ​ຊຸມ ເຊິ່ງ​ສະ​ແດງ​ໃຫ້​ເຫັນວ່າ ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ຂອງ​ຍຸກ​ໃໝ່.

    ທ່ານ ກ່າວ​ວ່າ, ປະ​ເທດ​ອ້ອມ​ຂ້າງ​ເຊິ່ງ​ລວມ​ປະ​ເທດ​ຕົນ ລ້ວນ​ແຕ່​ຈະ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ກາ​ນ​ພັດ​ທະ​ນາ​ຂອງ​ຈີນ, ໂດຍ​ສະ​ເພາະ​ແມ່ນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ, ອາ​ໃສ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ, ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ຕົນ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງຫຼວງຫຼາຍ. ນອກນີ້, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ແລະ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ທີ່​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ຈີນ ​ກໍຈະ​ກາຍ​ເປັນ​ແບບ​ຢ່າງ​ຂອງ​ໂລກ, ປະ​ຊາ​ຊົນ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງຫຼວງຫຼາຍ​ຈາກ​ການ​ພັດ​ທະ​ນາ​ເຫຼົ່າ​ນີ້​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ