ເປີດ​ໂຄງ​ການ​ແລກ​ປ່ຽນ​​ການ​ນຳ​ຂັ້ນ​ບ້ານ​ອາ​ຊຽນ+3 ຄັ້ງ​ທີ 6
2018-03-06 16:28:45  cri 
    ໂຄງ​ການ​ແລກ​ປ່ຽນ​​ການ​ນຳ​ຂັ້ນ​ບ້ານ​ອາ​ຊຽນ+3 ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້ສິບ​ສອງ​ພັ່ນ​ນາແຂວງ​ຢູນ​ນານ ສ​ປ ຈີນ​ໃນ​ວັນ​ທີ 5 ມີ​ນານີ້ ແລະຈະ​ດຳ​ເນີນ​ເປັນ​ເວ​ລາ​ໜຶ່ງ​ອາ​ທິດ, ມີຜູ້​ຕາງ​ໜ້າ​ຈາກ 9 ປະ​ເທດ​ອາ​ຊຽນ​ ແລະ ຈີ​ນ​ພ້ອມ​ດ້ວຍກອງ​ເລ​ຂາ​ອາ​ຊຽນ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​ລວມ​ທັງ​ໝົດເກືອບ 80 ທ່ານ​ໄດ້​ເຂົ້າ​ຮ່ວມ.

    ຈຸດ​ປະ​ສົງຂອງກິດ​ຈະ​ກຳ​ແລກ​ປ່ຽນ​ຄັ້ງ​ນີ້ ເພື່ອ​ເຮັດ​ໃຫ້​ຜູ້​ຕາງ​ໜ້າ​ປະ​ເທດອາ​ຊຽນ​ສາ​ມາດ​ຊອກ​ຮູ້​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢູ່​ຊົນ​ນ​ະ​ບົດ​ຈີນ ແລະ ເພີ່ມ​ທະ​ວີ​ຂີດ​ຄວາມ​ສາ​ມາດ​ຂອງ​​ຜູ້​ນຳ​ຂັ້ນ​ບ້ານ​ປະ​ເທດ​ອາ​ຊຽນ​ໂດຍ​ຜ່ານ​ການ​ສຳ​ມະ​ນາ ແລະ ​ທັດ​ສະ​ນະ​ສຶກ​ສາ​ຢູ່​ຊົນ​ນະ​ບົດ​ແລະ​ເຂດ​ຊຸມ​ຊົນ.

    ໃນ​ໄລ​ຍະ​ຈັດ​ກິດ​ຈະ​ກຳ, ຜູ້ເຂົ້າ​ຮ່ວມ​ທັງ​ໝົດ​ຈະ​ໄປ​ທັດ​ສະ​ນະ​ສຶກ​ສາ​ກະ​ສິ​ກຳ​ດ້ານ​ນິ​ເວດ, ການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ ແລະ​ໂຄງ​ການ​ອື່ນໆ​ຢູ່​ເມືອງຫຼ້າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ