ຫວ່າງມໍ່ໆມານີ້, ເມືອງຢົງອ່ານນະຄອນຫຼິວໂຈ່ວ ເຂດພູດອຍພາກເໜືອເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ໄດ້ຈັດກິດຈະກຳໂຊຊຸດກິເພົາ, ຜູ້ມັກຊຸດກິເພົາຫຼາຍຮ້ອຍຄົນໄດ້ນຸ່ງຊຸດກິເພົາໃນຮູບແບບຕ່າງໆ ເພື່ອສະແດງໃຫ້ເຫັນເຖິງຄວາມງາມແບບດັ້ງເດີມຂອງເພດຍິງ ແລະຕ້ອນຮັບວັນແມ່ຍິງສາກົນ 8 ມີນາຄົບຮອບ 108 ປີ.