ການ​ຈອງ​ຊື້​ຍົນ​ໂດຍສານ C919 ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ​ໄດ້​ບັນລຸ​ເຖິງ 815 ລຳ​ແລ້ວ
2018-03-07 10:56:06  cri 

ທ່ານ​ອູກວ່າ​ງຮຸ່ຍ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ຊ່າງ​ໃຫຍ່​ອອກ​ແບບ​ຍົນ​ໂດຍສານ​ຂະໜາດ​ໃຫຍ່ C919 ​ໄດ້​ຢືນຢັນ​ຢູ່​ນະຄອນຫຼວງປັກ​ກິ່ງ​ວ່າ: ມາ​ຮອດ​ປັດຈຸບັນ, ຍົນ C919 ​ໄດ້​ຮັບ​ການ​ຈອງ​ຊື້​ຈາກ​ລູ​ກຄ້າພາຍ​ໃນ​ປະ​ເທດ​ແລະ​ສາກົນ​ເຖິງ 815 ລຳ​ແລ້ວ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ຍົນ C919 ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຕະຫຼາດພາຍ​ໃນ​ແລະ​ຕ່າ​ງປະ​ເທດນັບ​ມື້​ນັບຫຼາຍຂຶ້ນ.

ທ່ານ​ອຸກ​ວ່າງ​ຮຸ່ຍ ຍັງ​ກ່າວ​ຕື່ມ​ວ່າ: ຍົນ C919 ລຳ​ທີ 3 ຈະ​ບິນທົດ​ລອງ​ກ່ອນ​ທ້າຍ​ປີ​ນີ້ ​ແລະ ​ໃນ​ປີໜ້າ​ຍັງ​ຈະ​ມີ 3 ລຳບິນ​ທົດ​ລອງ​ອີກ. ຂະນະ​ທີ່​ບໍລິສັດ​ເຮືອບິນ​ທຸລະ​ກິດ​ຈີນ​ຈຳກັດ(COMAC) ກໍ​ພວມ​ຮ້ອງ​ຂໍ​ໃບຮັບຮອງ​ການ​ເດີນ​ອາກາດ​ນຳ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ເອີຣົບ ​ແລະ​ໄດ້​ດຳ​ເນີນການຄົ້ນຄວ້າ​ພິຈາລະນາ 2 ​ເທື່ອ​ມາ​ແລ້ວຫຼັງ​ໄດ້​ຮັບ​ການຮ້ອງ​ຂໍ​ຈາກ​ຈີນ ​ແລະ​ໃນ​ປີ​ນີ້​ຈີນ​ຍັງ​ຈະ​ມອບຍົນ​ ARJ21 15 ລຳ​ໃຫ້​ລູກ​ຄ້າ​ໄປ​ນຳ​ໃຊ້ ​ແລະ ​ໂຄງການ​ຍົນ​ໂດຍສານ​ຂະໜາດ​ໃຫຍ່ CR929 ທີ່ຈີນ​ແລະຣັດ​ເຊຍ​ຮ່ວມ​ມື​ຄົ້ນຄວ້າ​ຜະລິດ​ນັ້ນກໍ​ພວມ​ເລັ່ງລັດ​ດຳ​​ເນີນ​ຢູ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ