ເລຂາທິການ​ໃຫຍ່ ສປຊ ຊົມ​ເຊີຍ​ຄວາມ​ຄືບ​ໜ້າ​ຂອງ​ການ​ເຈລະຈາ​ລະຫວ່າງສອງ​ເກົາຫຼີ
2018-03-07 11:01:59  cri 

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້ອອກ​ຖະ​ແຫຼງການ​ໂດຍຜ່ານ​ໂຄສົກ​ ​ໃນ​ວັນ​ທີ 6 ມີນາ​ນີ້​ ​ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ການ​ເຈລະຈາ​ລະຫວ່າງ ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ ທີ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ ​ແລະ​ກ່າວ​ຢ້ຳວ່າ ອົງການ​ສະຫະ​ປະຊາ​ຊາດ​ສືບ​ຕໍ່​ຄຳ​ໝັ້ນສັນຍາ​ຂອງ​ຕົນ​ທີ່ສະໜັບສະໜູນຂະ​ບວນການ​ເຈລະຈາ​ດັ່ງກ່າວ.

ທ່ານ​ສະ​ເຕຟານ ດູ​ຈາຣິກ ​ໂຄສົກ​ຂອງ​ທ່ານ​ກູ​ເຕີ​ເຣັສ ກ່າວ​ວ່າ: ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດຮູ້ສຶກມີ​ກຳລັງ​ໃຈຕໍ່​ການ​ເຈລະຈາລະຫວ່າງ ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຄື ສອງ​ຝ່າຍ​ເຫັນ​ດີ​ຈັດການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ຝ່າຍ, ​ໃຫ້​ສະຖານະ​ການ​ທາງ​ການ​ທະຫານ​ທີ່​ເຄັ່ງ​ຕຶງ​ຢູ່​ນັ້ນຜ່ອນຄາຍລົງ​ອີກ ​ແລະ ​ເຫັນ​ດີ​ປຶກສາ​ຫາລື​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຕໍ່ກັບ​ບັນຫາ​ປອດ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີ.

ຖະ​ແຫຼງການ​ຊີ້​ວ່າ: ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ຮັກສາ​ທ່າ​ອ່ຽງດັ່ງກ່າວ ​ແລະ ກຳ​ແໜ້ນ​ທຸກໂອກາດ​ ​ເພື່ອ​ສະ​ແຫວ​ງຫາ​ເສັ້ນທາງ​ທີ່​ກ້າວ​​ໄປສູ່​ສັນຕິພາບ. ຂະນະ​ດຽວ​ກັນ, ທ່ານ​ກູ​ເຕີ​ເຣັສ ກໍ​ໄດ້​ກ່າວ​ຢ້ຳຕໍ່ຄຳໝັ້ນສັນຍາ​ຂອງ​ອົງການ​ສະຫະ​ປະຊາ​ຊາດທີ່​ສະໜັບສະໜູນ​ຂະ​ບວນການ​ເຈລະຈາ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ