ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຢືນຢັນ​ຈະ​ເປັນ​ເສນາ​ທິການ​ແກ່​ພັກ​ກອມ​ມູນິດ​ຈີນ​ເປັນ​ຢ່າງ​ດີ
2018-03-07 16:23:24  cri 

ຕອນ​ບ່າຍ​ວັນ​ທີ 4 ມີນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​​ໂອ້​ລົມ​ກັບ​ສະມາຊິກ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈາກອົງການ​ສຳພັນ​ປະຊາທິປະ​ໄຕ​ຈີນ, ພັກ​ຈື້ກົ່ງ​ຈີນ ​ແລະ ບຸກຄົນທີ່ບໍ່​ສັງກັດ​ພັກ​ຝ່າຍ​ໃດ, ບຸກຄົນ​ໃນ​ວົງ​ການ​ສະຫະພັນ​ຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 13 ​ໂດຍ​ກ່າວ​ວ່າ: ລະບອບ​ຫຼາຍພັກ​ຮ່ວມ​ມື​ກັນ ​ແລະ ປຶກສາ​ການ​ເມືອງ ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຈີນ ​ໃນ​ຖານະ​ເປັນ​ລະບອບພື້ນຖານ​ການ​ເມືອງຂອງ​ຈີນ​ນັ້ນ ​ແມ່ນ​ການ​ປະດິດ​ສ້າງ​ໃໝ່​ທີ່​ຍິ່ງ​ໃຫຍ່ດ້ານ​ການ​ເມືອງຂອງ​ພັກ​ກອມ​ມູນິດ​ຈີນ, ປະຊາຊົນ​ຈີນ, ບັນດາ​ພັກ​ຝ່າຍ​ປະຊາທິປະ​ໄຕ ​ແລະ ບຸກຄົນທີ່​ບໍ່​ສັງກັດ​ພັກ​ຝ່າຍ​ໃດ, ​ແມ່ນ​ລະບອບ​ພັກ​ການ​ເມືອງ​ແບບ​ໃໝ່​ທີ່​ກຳ​ເນີ​ດ​ເກີດ​ຂຶ້ນຢູ່​ຈີນ. ຄຳ​ເຫັນ​ດັ່ງກ່າວຂອງ​ທ່ານ​ເລຂາທິການ​ໃຫຍ່​ສີ​ຈິ້ນ​ຜິ​ງ ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​​ເປັນ​ເອກະ​ພາບ​ກັນຈາກ​ບັນດາ​ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ.

ທ່ານ​ສີ​ຈິ້ນ​ຜິ​ງ ຊີ້​ວ່າ: ລະບອບ​ຫຼາຍພັກ​ຮ່ວມ​ມື​ກັນ ​ແລະ ປຶກສາ​ການ​ເມືອງ ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຈີນ ​​ແມ່ນ​ລະບອບ​ພັກ​ການ​ເມືອງ​ແບບ​ໃໝ່​ທີ່ກຳ​ເນີ​ດ​ເກີດ​ຂຶ້ນຈາກ​ສະພາບ​ຄວາມ​ເປັນ​ຈິງ​ຂອງຈີນ. ການ​ເປັນລະບອບ​ພັກ​ການ​ເມືອງ​ແບບ​ໃໝ່ ກໍ​ຍ້ອນ​ວ່າ​ມັນ​ເປັນສິ່ງ​ກຳ​ເນີ​ດຈາກ​ການ​ປະສົມ​ປະສານ​ກັນ​ລະຫວ່າງ​ທິດ​ສະ​ດີ​ພັກ​ການ​​ເມືອງ​ລັດທິ​ມາກ​ແລະ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ, ​ໄດ້ສ້າງ​ຄວາມ​ສາມັກຄີທີ່​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ພັກ​ການ​ເມືອງ​ແລະ​ບຸກຄົນ​ທີ່ບໍ່​ສັງກັດ​ພັກ​ຝ່າຍ​ໃດ ​ແລະ ສູ້​ຊົນ​ເພື່ອ​ເປົ້າໝາຍ​ຮ່ວມ​ກັນ, ມັນ​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງຂອງ​ຈີນໃນ​ຍຸກ​ປັດຈຸບັນ​​ເທົ່າ​ນັ້ນ ​ແຕ່​ຍັງສອດຄ່ອງ​ກັບ​ວັດທະນະທຳ​ດັ້ງ​ເດີມ​ທີ່​ດີ​ເລີດ​ຂອງ​ຊົນ​ຊາດ​ຈີນ​ທີ່​ລິ​ເລີ່​ມການ​ເປັນ​ປະ​ເທດ​ຂອງ​ປະຊາຊົນ, ກວມ​ລວມ ​ແລະ ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ, ສະຫງວນ​ສິ່ງ​ທີ່​ຕ່າງ​ກັນມາ​ໂດຍ​ຕະຫຼອດອີກ​ດ້ວຍ ​ແລະ​ເປັນ​ການ​ປະກອບສ່ວນ​ອັນ​ຍິ່ງ​ໃຫຍ່​ຕໍ່​ອາລະຍະ​ທຳ​ທາງ​ດ້ານ​ການ​ເມືອງ​ຂອງ​ມະນຸດ.

ທ່ານ​ສິງ​ຢົງ​ໝິງ ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ອະທິການ​ບໍດີມະຫາວິທະຍາ​ໄລ​ອຸດສາຫະກຳ​ມົງ​ໂກ​ໃນ ​ແມ່ນ​ບຸກຄົນ​ທີ່​ບໍ່​ສັງກັດ​ພັກ​ຝ່າຍ​ໃດ ທ່ານ​ເຫັນ​ວ່າ: ລະບອບ​ຫຼາຍພັກ​ຮ່ວມ​ມື​ກັນ ​ແລະ ປຶກສາ​ການ​ເມືອງ ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຈີນ ​ແມ່ນ​ພື້ນຖານ​ຂອງ​ລະບອບ​ພັກ​ການ​ເມືອງ​ຂອງ​ຈີນ ການ​ທີ່​ຈີນ​ສາມາດ​ດຳລົງ​ຄົງ​ຕົວ​ແລະພັດທະນາມາ​ຮອດ​ສູ່​ມື້​ນີ້ ​ກໍ​ໄດ້​ພິສູດ​ແລ້ວ​ວ່າ ລະບອບ​ດັ່ງກ່າວ​ໄດ້​ເສີມ​ຂະຫຍາຍ​ບົດບາດສຳຄັນ​ຢ່າງ​ມະຫາສານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ