ທ່ານ​ທຣຳອາດຈະ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຖານທູດ​ໃໝ່​ອາ​ເມ​ລິ​ກາ​ປະຈຳ​ເຢຣູຊາ​ແລມ
2018-03-07 17:44:33  cri 
ວັນ​ທີ 5 ມີນາ​ນີ້, ຫຼັງ​ຈາກ​ທ່ານ​​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ກັບ​ທ່ານ ​ເບັນຈາ​ມີນ ​ເນ​ຕັນຢາ​ຮູ ນາຍົກລັດຖະມົນຕີອິດຣະ​ແອນ​ແລ້ວ​ທ່ານ​ໄດ້ກ່າວ​ວ່າ: ອາດ​ຈະເຂົ້າ​ຮ່ວມ​ພິທີ​ເປີດ​ສະຖານທູດ​ໃໝ່​ອາ​ເມ​ລິ​ກາ​ປະຈຳ​ນະຄ​ອນຫຼວງ​ເຢຣູຊາ​ແລ​ມປະ​ເທດ​ອິດຣະ​ແອນ.

ທ່ານ​ທຣຳໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຢູ່ທຳນຽບຂາວ​ວ່າ: ປະ​ເທ​ດຕົນກຳລັງ​ພິຈາລະນາ​ຈັດການ​ເລື່ອງ​ດັ່ງກ່າວ ​ແລະຂ້າພະ​ເຈົ້າກໍ່​ຄອງ​ຄອຍ​ໄປ​ອິດສະຣະ​ແອນ​ອີກຄັ້ງ.

ວັນ​ທີ 23 ກຸມພາ​ແລ້ວ​ນີ້, ກະຊວງ​ການ​ຕ່າງປະ​ເທດອາ​ເມລິ​ກາ​ໄດ້​ລາຍ​ງານ​ວ່າ: ສະຖານທູ​ດອາ​ເມ​ລິ​ກາ​ປະຈຳ​​ເຢຣູຊາ​ແລມ​ມີແຜນການ​ຈະເປີດ​ໃນ​​ເດືອນພຶດສະພາ​ປີ 2018 ນີ້. ຂະນະ​ດຽວກັນ, ທຳນຽບປະທານາທິບໍດີ​ປາ​ແລັດສະຕິ​ນກໍ​ໄດ້ອອກ​ຖະ​ແຫຼ​ງ: ​ກ່າວເຕືອນອາ​ເມ​ລິ​ກາວ່າ: ​ບໍ່​ຄວນ​ຂືນ​ຍ້າຍສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ອິດສະຣະ​ແອນ​ຈາກ​ນະຄອນ​ແຕນ​ອາ​ວິ​ຟ​ໄປ​ເຢຣູຊາ​ແລມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ