ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນຈີນ​ກ່າວ​ວ່າ ປີ​ນີ້​ຈະ​ສືບ​ຕໍ່​ຫຼຸດ​ລົງ​ພາສີ​ອາກອນ ​ແລະ​ຄ່າ​ທຳນຽມ​ຕ່າງໆ​ລົງ
2018-03-07 17:47:12  cri 
ວັນ​ທີ 7 ມີນາ​ນີ້, ທ່ານ​ຊຽວ​ເຈ໋ຍ ລັດຖະມົນຕີ​​ກະຊວງ​ການ​ເງິນ​ຈີນ​ກ່າວ​​ຢູ່ນະຄ​ອນຫຼວງ​ປັກ​ກິ່ງ​ວ່າ: ປີ​ນີ້, ຈີນ​ຈະ​ສືບ​ຕໍ່​​ປະຕິບັດ​ນະ​ໂຍບາຍ​ຫຼຸດອາກອນ ​ແລະ​ຄ່າ​ທຳນຽມ​ຕ່າງໆ​ລົງ, ​​ຫຼຸດ​ພາລະ​ຂອງ​ວິ​ສາ​ຫະກິດຕື່ມ​ອີກ ​ເພື່ອ​ໃຫ້​ຕະຫຼາດ​ມີ​ກຳລັງ​ການ​ພັດທະນາ​​ໃຫຍ່​ກວ່າ​ເກົ່າ.

ທ່ານ​ສ່ຽວ​ເຈ​​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​​ປະຊາຊົນ​ແຫ່ງ​ຊາດ​ຈີນ​ວ່າ: ປີ​ນີ້, ຈີນ​ຈະ​ສືບ​ຕໍ່​ປະຕິ​ຮູບ ​ແລະ​ປັບປຸງ​ລະບຽບອາກອນ​ມູນ​ຄ່າ​ເພີ່ມ ​ແລະ​ສະໜັບ​ສະ​ໜູນ​ການ​ພັດທະນາ​ເສດຖະກິດ​ຕົວ​ຈິງ.

ທ່ານ​ກ່າວ​ຕື່ມ​ວ່າ: ຫຼັງ​ຈາກ​ປະຕິບັດ​ນະ​ໂຍບາຍ​ການຫຼຸ​ດອາກອນ​ລົງແລ້ວ, ຄາດ​ວ່າ​ໝົດ​ປີຈະ​ຫຼຸດລົງຫຼາຍ​ກວ່າ 800 ຕື້​ຢວນ. ຂະນະ​ດຽວ​ກັນ, ປີ​ນີ້​ຍັງແຜນ​ການປັບປຸງ​ຄ່າ​ທຳນຽມ​ພາກ​ລັດ, ຄ່າ​ທຳນຽມ​ບໍລິການ ​ແລະ​ໃຫ້​ເປັນ​ລະບຽບອື່ນໆ, ຄາດ​ວ່າໝົດ​ປີ​ຈະ​ຫຼຸດລົງ 300 ຕື້ກວ່າ​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ