ສຸມ​ໃສ່​ການ​ປະ​ຕິ​ຮູບ, ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ປະ​ດິດ​ສ້າງ​ໃໝ່ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງ​ຕໍ່​ເນື່ອງ
2018-03-07 11:02:57  cri 

ຕອນ​ເຊົ້າ​ວັນ​ທີ 6 ມີ​ນາ​ນີ້, ທ່ານຫຼີ​ເຄີ້​ສຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໄປ​ເຂົ້າ​ຮ່ວມ​ການ​ສຳຫຼວດ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ກັບ​ຄະ​ນະ​ຜູ້​ແທນ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຂອງກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13.

ທ່ານຫຼີ​ເຄີ້​ສຽງ​ຊີ້​ອອກວ່າ, ເພື່ອ​ຮັກ​ສາ​ທ່ວງ​ທ່າ​ພັດ​ທະ​ນາ​ທີ່​ດີ, ຕ້ອງ​ສືບ​ຕໍ່​ອີງ​ໃສ່​ການ​ປະ​ຕິ​ຮູບ, ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ປະ​ດິດ​ສ້າງ​ໃໝ່ ແລະ ຕ້ອງ​ປະ​ຕິ​ບັດ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ຈຸດ​ປະ​ສົງ​ກົກ​ຮາກ​ແຫ່ງ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ ແລະ ການພັດ​ທະ​ນາ​ຂອງ​ພວກ​ເຮົາ​ແມ່ນ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ​ເລື້ອຍໆ. ລັດ​ຖະ​ບານ​ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ຍຶດ​ໝັ້ນ​ປະ​ຢັດ​ມັດ​ທະ​ຍັດ ເພື່ອ​ໃຫ້​ມີ​ງົບ​ປະ​ມານຫຼາຍກວ່າ​ເກົ່າໃຊ້​ເຂົ້າ​ໃນ​ຂົງ​ເຂດ​ຮັບ​ປະ​ກັນ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ