ອັດ​ຕາ​ຂຸມ​ການ​ເງິນ​ຂອງ​ຈີນຫຼຸດ​ລົງ​ຈະ​ສ້າງ​ຊ່ອງ​ທາງກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ​ຢ່າງ​ຖາ​ວອນ ແລະ ປະ​ຕິ​ບັດ​ມາດ​ຕະ​ການ​ດັດ​ສົມ​ມະ​ຫາ​ພາກ​ທີ່​ບັງ​ເກີດ​ຜົນ
2018-03-07 16:03:49  cri 
​ວັນ​ທີ 7 ມີ​ນາ​ນີ້, ທ່ານ​ຊຽວ​ເຈ໋ຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ​ເປີດ​ເຜີຍ​ໃນໃນ​ກອ​ງ​ປະ​ຊຸມ​ຂ່າວ​ຂອງກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ວ່າ, ອັດ​ຕາ​ຂຸມ​ການ​ເງິນ​ຂອງ​ຈີນ​ໃນ​ປີ​ນີ້​ຕ່ຳ​ກວ່າ​ປີ​ຜ່ານ​ມາ, ແຕ່​ທິດ​ທາງ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ​ຂອງ​ຈີນ​ບໍ່​ໄດ້​ປ່ຽນ​ແປງ. ປີ​ນີ້​ຂຸມ​ການ​ເງິນ​ມີ​ປະ​ມານ 2380 ຕື້ຢວນ, ມີ​ຂະ​ໜາດ​ເທົ່າ​ກັບ​ປີ​ຜ່ານ​ມາ ແລະ ​ອັດ​ຕາ​ຂຸມ​ການ​ເງິນຫຼຸ​ດ​ລົງ​ໜ້ອຍ​ໜຶ່ງ ເຊິ່ງ​​ສອດ​ຄ່ອງ​ກັບ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ ແລະ ມີ​ສະ​ພາບ​ການ​ເງິນ​ດີ​ຂຶ້ນ​ເລື້ອຍໆ.

ໂອ​ກາດ​ນີ້, ທ່ານ​ຊຽວ​ເຈ໋ຍ​ກ່າວ​ຕື່ມ​ວ່າ, ປີ​ນີ້, ຈີນ​ຍັງ​ໄດ້​ປະ​ຕິ​ບັດ​ນ​ະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ​ຢ່າງ​ແຂງ​ແຮງ. ພ້ອມ​ກັນ​ນັ້ນ, ການ​ລົງ​ທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຂັ້ນ​ສູນກາງ​ໄດ້​ເພີ່ມ​ຂຶ້ນ 30 ຕື້ຢວນ. ນອກ​ນີ້, ຈີນ​ຍັງ​ໄດ້ຫຼຸດ​ອາ​ກອນ ແລະ ຄ່າ​ທຳ​ນຽມ​ຕ່າງໆ​ໃຫ້​ໜ້ອຍ​ລົງ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ