ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ຈີນສະ​ເໜີ​ຈຸດ​ເດັ່ນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຈີນ 2018
2018-03-08 11:56:17  cri 

ສູນ​ຂ່າວກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ຈັດການ​ຖະ​ແຫຼງ​ຂ່າວ​ຢູ່​ສູນ​ມີ​ເດຍ​ໃນ​ເວ​ລາ10 ໂມງ​ຂອງວັນ​ທີ 8 ມີ​ນາ​ນີ້​ໂດຍ​ທ່ານ​ຫວາງ​ຢີ້ ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແລະ​ການ​ພົວ​ພັນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ປີ 2018 ເປັນ​ປີ​ທຳ​ອິດ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຈາກ​ການ​ຊີ້​ນຳ​ຂອງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ຈະ​ມີ​ຜົນ​ງານ​ໃໝ່​ແລະ​ ສະ​ພາບ​ໃໝ່. ສຳ​ລັບ​ຈຸດ​ເດັ່ນ​ ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ​ນີ້​​ຕົ້ນ​ຕໍ​ຈະ​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ 4 ​ກິດ​ຈະ​ກຳ​ສຳ​ຄັນທີ່​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນຄື:


ໜຶ່ງ: ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ແຂວງ​ໄຫຫຼຳ​ໃນ​ເດືອນ​ເມ​ສາ​ຈະ​ເນັ້ນ​ຫົວ​ຂໍ້ "ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ". ສອງ: ກອງ​ປະ​ຊຸ​ມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຊິງ​ຕາວ​ໃນ​ເດືອນ​ມິ​ຖຸ​ນາ​ຈະ​ເນັ້ນ​ການ​ສົ່ງ​ເສີມ "ຈິດ​ໃຈ​ຊຽງ​ໄຮ". ສາມ: ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິກ​ກາ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ເດືອນ​ກັນ​ຍາ, ບັນ​ດາ​ປະ​ເທດ​ອ້າຍ​ນ້ອງ​ອາ​ຟ​ຣິກ​ກາ​ຈະ​ຖື​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ເປັນ​ໂອ​ກາດ​ເພື່ອ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ຢ່າງ​ຮອບ​ດ້ານ​ແລະ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ອາ​ຟ​ຣິກ​ກາ. ສີ່: ງານ​ວາງ​ສະ​ແດງ​ນຳ​ເຂົ້າ​ສິນ​ຄ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ​ໃນ​ເດືອນ​ທັນ​ວາ​ໂດຍ​ເນັ້ນ​ການ​ເປີດ​ປະ​ຕູ​ຕະຫຼາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ