ດ່ານ​ກຳ​ນົດ​ເພື່ອ​ນຳ​ເຂົ້າ​ໝາກ​ໄມ້ຈາກ​ຫວຽດ​ນາມ​ຂອງ​ນະ​ຄອນ​ຕຸ່ງ​ຊິງ​ເຂດກວາງ​ຊີ​ຈີນທົດ​ລອງ​ເປີດ​ບໍ​ລິ​ການ​
2018-03-08 11:50:33  cri 

​ດ່ານ​ກຳ​ນົດ​ເພື່ອ​ນຳ​ເຂົ້າ​ໝາກ​ໄມ້​ນະ​ຄອນ​ຕຸ່ງ​ຊິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ ສ​ປ ຈີນ​ໄດ້​ເລີ່ມ​ທົດ​ລອງ​ເປີດ​ບໍ​ລິ​ການ​ເປັນ​ເວ​ລາ 2 ເດືອນ​ຢ່າງ​ເປັນ​ທາງ​ການ​ຢູ່ນະ​ຄອນມອງ​ກາຍ​ປະ​ເທດ​ຫວຽດ​ນາມ​ໃນ​ວັນ​ທີ 7 ມີ​ນາ​ນີ້. ໃນ​ໄລ​ຍະ​ທົດ​ລອງ​ເປີດ​ບໍ​ລິ​ການ, ຕະຫຼາດ​ສອງ​ຝ່າຍ​ຈີນ-ຫວຽດ​ນາມ​ຈະບໍ່​ເກັບ​ຄ່າ​ຜ່ານ​ຂົວ,ຄ່າ​ນຳ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ​ແລະ​ອື່ນໆ​ ໂດຍ​ອະ​ນຸ​ຍາດ​ໃຫ້​ລົດ​ບັ​ນ​ທຸກ 4 ລໍ້​ມາດ​ຕະ​ຖານ​ນ້ຳ​ໜັກ​ບໍ່​ກາຍ 5 ໂຕນ​ຂອງ​ສອງ​ຝ່າຍ​ຜ່ານ​ດ່ານ.

ເດືອນ​ເມ​ສາ​ປີ 2016, ນະ​ຄອນ​ຕຸ່ງ​ຊິງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ລັດ​ໃຫ້​ສ້າງ​ຕັ້ງ​ດ່ານ​ກຳ​ນົດ​ນຳ​ເຂົ້າ​ໝາກ​ໄມ້. ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ປະ​ເທດ​ຈີນ-ຫວຽດ​ນາມ, ໂຄງ​ການ​ດ່ານ​​ນຳ​ເຂົ້າໝາກ​ໄມ້​ມອງ​ກາຍ-ຕຸ່ງ​ຊິງ​ໄດ້​ເລີ່ມ​ປະ​ຕິ​ບັດໃນ​ເດືອນ​ພຶດ​ສະ​ພາ​ປີ​ດຽວ​ກັນ ເຊິ່ງ​ດ່ານ​ແຫ່ງ​ນີ້​ສາ​ມາດ​ຊ່ວຍ​ນັກ​ທຸ​ລະ​ກິດ​ຈີນ​ທີ່​ນຳ​ເຂົ້າ​ໝາກ​ໄມ້​ຈາກ​ຫວຽດ​ນາມ​ຫຼຸດ​ຕົ້ນ​ທຶນ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ຍັດ​ເວ​ລາ​ຜ່ານ​ດ່ານ, ເພີ່ມ​ປະ​ລິ​ມານ​ການ​ສະ​ໜອງ​ໝາກ​ໄມ້​ສົດ​ທີ່​ລາ​ຄາ​ຖືກ​ໄປ​ໃຫ້​ຈີນຫຼາຍ​ຂຶ້ນກວ່າ​ເກົ່າ​ເພື່ອ​ຕອບ​ສະ​ໜອງ​​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ