ຈີນ​ຈະ​ແກ່ຍາວລະບຽບມອບເໝົາທີ່ດິນໄປອີກ 30 ປີ
2018-03-08 11:40:16  cri 

ທ່ານຫານສາງຟູ້ ລັດຖະມົນຕີກະຊວງກະສິກຳຈີນ ກ່າວໃນວັນທີ 7 ມີນານີ້ວ່າ: ຈີນຈະແກ່ຍາວລະບຽບມອບເໝົາທີ່ດິນໄປອີກ 30 ປີ ຫຼັງໄລຍະມອບເໝົາທີ 2 ໝົດອາຍຸ ເຊິ່ງເປັນມາດຕະການຮູບປະທຳທີ່ສະແດງໃຫ້ເຫັນເຖິງການພົວພັນມອບເໝົາທີ່ດິນຊົນນະບົດບໍ່ມີການປ່ຽນແປງແຕ່ຢ່າງໃດເປັນໄລຍະຍາວ.

ທ່ານ​ຫານ​ສາງຟູ້​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ການ​ຖະ​ແຫຼງຂ່າວ​ຂອງ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຄັ້ງທຳ​ອິດ​ຊຸດ​ທີ 13 ​ໃນ​ວັນ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ: ການ​ແກ່ຍາວ​ເວລາ​ໄປ​ອີກ 30 ປີ ​ແມ່ນ​ການຈັດ​ວາງ​ດ້ານ​ລະບຽບ​ທີ່ສຳຄັນ ທີ່​ເຕັມ​ໄປ​ດ້ວຍ​ສະຕິ​ປັນຍາ​ທາງ​ການ​ເມືອງ ​ເຊິ່ງມີ​ຄວາມ​ໝາຍ​ຢ່າງ​ໜ້ອຍ​ໃນ 3 ດ້ານ ຄື ໜຶ່ງ, ​ເປັນມາດຕະການຮູບປະທຳທີ່ສະແດງໃຫ້ເຫັນເຖິງການພົວພັນມອບເໝົາທີ່ດິນຊົນນະບົດບໍ່ມີການປ່ຽນແປງແຕ່ຢ່າງໃດເປັນໄລຍະຍາວ ສອງ, ​ເປັນ​ການ​ປະດິດ​ສ້າງ​ໃໝ່​ດ້ານ​ລະບຽບ​ການປະຕິ​ຮູບ​ຊົນນະບົດ ​ເຊິ່ງສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ຊາວ​ກະສິກອນ​ທີ່​ມີ​ສິດ​ຮັບ​ເໝົາຢ່າງ​ໝັ້ນທ່ຽງ​ບໍ່​ປ່ຽນ​ແປງ ທັງ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການ​ປ່ຽນ​ສິດ​ຮັບ​ເໝົາ​ການ​ນຳ​ໃຊ້​ທີ່​ດິນ ​ແລະ​ມີ​ຜົນ​ດີ​ຕໍ່​ການ​ຂະຫຍາຍ​ການ​ນຳ​ໃຊ້​ທີ່​ດິນ​ດ້ວຍ​ຮູບ​ການ​ຕ່າງໆ ​ແລະ​ມີ​ຂະໜາດ​ທີ່​ເໝາະ​ສົມ, ພັດທະນາ​ກະສິກຳ​​ແບບທັນ​ສະ​ໄໝ ​ແລະ​ສາມ, ການຈັດ​ວາງ​ທາງ​ດ້ານ​ນະ​ໂຍບາຍ​ຄື​ແນວ​ນີ້ ​​​ເວົ້າໃນ​ດ້ານ​ເວລາ​ແລ້ວກໍ​ສອດຄ່ອງ​ກັບ​ໂຄງຮ່າງ​ທາງ​ຍຸດ​ທະ​ສາດຂອງ​ເປົ້າໝາຍ​ສູ້ຊົນ 100 ປີ ປະການ​ທີ 2 ​ເປັນ​ຢ່າງ​ສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ