ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບ​ລະ​ດັບ​ກາງ​ຂອງ​ຈີນ​ຫຼາຍກວ່າ 400 ລ້ານ​ຄົນ
2018-03-08 15:52:05  cri 
ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13, ທ່ານ​ເຫີ​ລີ້​ເຟີ່ງ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພັ​ດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ, ຕາມ​​ສະ​ຖິ​ຕິ​ທີ່ບໍ່​ຄົບ​ຖ້ວນ, ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບ​ລະ​ດັບ​ກາງ​ຂອງ​ຈີນ​ຫຼາຍກວ່າ 400 ລ້ານ​ຄົນ, ເປັນ​ອັນ​ດັບ​ທີ​ໜຶ່ງ​ໃນ​ໂລກ. ນີ້​ໄດ້​ສ້າງ​ເງື່ອນ​ໄຂ​ນັບ​ມື້​ນັບ​ດີ​ຂຶ້ນ​ຕໍ່​ຈີນ​​ໃນ​ການ​ຂະ​ຫຍາຍຕະ​ຫຼາດ​ພາຍ​ໃນ​ຂອງ​ຕົນ.

ທ່ານ​ເຫີ​ລີ້​ເຟີ່ງ​ ກ່າວ​ວ່າ, ປີ​ຜ່ານ​ມາ, ຈີນ​ໄດ້​ສ້າງ​ຕົວ​ເລກ "10 ລ້ານ​ສອງ​​ປະ​ການ", ໜຶ່ງ​ແມ່ນ​ຕົວ​ເມືອງ​ຈີນເພີ່ມ​ຕຳ​ແໜ່ງງານ​ໃໝ່​ໄດ້ 13 ລ້ານ 5 ແສນ 1 ໝື່ນ​ຄົນ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ຈີນ, ສອງ ຈີນສາ​ມາດ​ເຮັດ​ໃຫ້​ປະ​ຊາ​ກອນ​ທຸກ​ຍາກ 12 ລ້ານ 8 ແສນ 9 ໝື່ນ​ຄົນ​ພົ້ນ​ອອກ​ຄວາມ​ທຸກ​ຍາກ, ນີ້​ແມ່ນ​ເລື່ອງ​ຍາກ​ຫຼາຍ​ພາຍ​ໃຕ້​ມາດ​ຕະ​ຖານ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຄວາມ​ທຸກ​ຍາກ​ໃນ​ປັດ​ຈຸ​ບັນ.

ທ່ານ​ເຫີ​ລີ້​ເຟີ່ງ​ກ່າວ​ຕື່ມ​ວ່າ, ຜົນ​ງານ​ສັງ​ລວມ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ ໝັ້ນ​ທ່ຽງ​, ປອດ​ໃສແລະ​​ຍືນ​ຍົງ​ໃນ​ປີ​ຜ່ານ​ມາ, ສະ​ແດງ​ໃຫ້​ເຫັນ​ວ່າ​ເສດ​ຖະ​ກິດ​ຈີນ​​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ແລະ​ກຳ​ລັງ​ບົ່ມ​ຊ້ອນຢ່າງ​ມະ​ຫານ​ສານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ