ອາ​ເມ​ລິ​ກາ​ຂວ້ຳ​ບາດ​ຕໍ່​ ສ​ປ​ປ​ ເກົາ​ຫຼີ​ເພື່ອ​ທຳ​ລາຍ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ສ​ ເກົາ​ຫຼີ​ ແລະ ສ​ປ​ປ ເກົາ​ຫຼີ
2018-03-08 15:55:32  cri 
ທ່ານ​ຄົ​ນ​ສ໌​ທັນ​ຕິນ ໂຄ​ຊະ​ເຊັ​ຟ ປະ​ທານ​ສະ​ພາ​ສູງ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 7 ມີ​ນາ​ນີ້​ວ່າ, ມາດ​ຕະ​ການ​ຂວ້ຳ​ບາດ​ໃໝ່​ຂອງ​ອາ​ເມ​ລິ​ກາ​ທີ່​ແນ​ໃສ່ ສ​ປ​ປ ເກົ​າ​ຫຼີ​ແມ່ນ​ເພື່ອ​ທຳ​ລາຍ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ​ແລະ ສ​ ເກົາ​ຫຼີ.

ທ່ານ ໂຄ​ຊະ​ເຊັ​ຟ ກ່າວ​ວ່າ, ມາດ​ຕະ​ການ​ຂວ້ຳ​ບາດ​ໃໝ່​ແມ່ນ​ອາ​ເມ​ລິ​ກາ​ຕັ້ງ​ໃຈ​ປະ​ຕິ​ບັດ​ໃນ​ຂະ​ນະ​ທີ່​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຜ່ອນ​ຄາຍ​ລົງ​ຢ່າງ​ເດັ່ນ​ຊັດ, ເປົ້າ​ໝາຍ​ແມ່ນ​ເພື່ອ​ທຳ​ລາຍ​ການ​ເຈ​ລະ​ຈາ​ສັນຕິ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ, ຍ້ອນ​ວ່າ​ອາ​ເມ​ລິ​ກາ​ບໍ່​ຍອມ​ຮັບ​ຮອງ​ສັນ​ຕິ​ພາບ​ໃດໆ​ທັງ​ນັ້ນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 6 ມີ​ນາ​ນີ້​ວ່າ, ອາ​ເມ​ລິ​ກາ​ເຫັນ​​ວ່າ, ຜູ້​ຊາຍ ສ​ປ​ປ ເກົາ​ຫຼີ​ຜູ້​ໜຶ່ງ​ຖືກ​ລອບ​ສັງ​ຫານ​ຢູ່​ສະ​ໜາມ​ບິນ​ສ​າ​ກົນ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ດ້ວຍ​ສານ​ເຄ​ມີ. ອາ​ເມ​ລິ​ກາ​ຈຶ່ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຂວ້ຳ​ບາດ​ໃໝ່​ຕໍ່ ສ​ປ​ປ ເກົາ​ຫຼີ​ໂດຍ​ອີງ​ຕາມ​ກົດ​ໝາຍ​ຂອງ​ປະ​ເທດ​ຕົນ. ມາດ​ຕະ​ການ​ຂວ້ຳ​ບາດ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ເລີ່ມ​ແຕ່​ວັນ​ທີ 5 ມີ​ນາ​ນີ້ເປັນ​ຕົ້ນ​ໄປ. ແຕ່​ອາ​ເມ​ລິ​ກາ​​ບໍ່​ໄດ້​ເປີດ​ເຜີຍ​ມາ​ດ​ຕະ​ການ​ຂວ້ຳ​ບາດ​ລະ​ອຽດແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ